ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບ ໜ້າທີ່ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່


ພິທີ ມອບ-ຮັບ ໜ້າທີ່ລະຫວ່າງ (ຜູ້ເກົ່າ) ແລະ (ຜູ້ໃໝ່)

    ພິທີ ມອບ-ຮັບ ໜ້າທີ່ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ລະຫວ່າງ ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄໍາປະ
ທຸມ (ຜູ້ເກົ່າ) ແລະ ສະຫາຍ ພົນຕີ ສົມພອນ ມິດຕະພອນ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ (ຜູ້ໃໝ່) ໄດ້ຈັດຂຶ້ນໃນວັນທີ 27 ມັງ
ກອນ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນ
ປະເທດ, ມີຄະນະນໍາກົມ, ກອງ, ຫ້ອງວ່າການ ກະຊວງປ້ອງກັນປະເທດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄໍາປະທຸມ ໄດ້ຜ່ານບົດສະຫຼຸບໂດຍຫຍໍ້ ໃນໄລຍະຜ່ານມາທີ່ໄດ້ດຳລົງຕຳແໜ່ງ ເປັນຫົວໜ້າ
ຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ເປັນເຈົ້າການ ເອົາໃຈໃສ່ນໍາພາ-ຊີ້ນຳວຽກງານຕ່າງໆ ຕາມພາລະບົດບາດ, ໜ້າທີ່ຂອງຕົນ ເຊິ່ງສາມາດ
ສ້າງໄດ້ຜົນງານຫຼາຍດ້ານ, ກົມກອງມີຄວາມສະຫງົບ ແລະ ມີການພັດທະນາໃນທຸກດ້ານ, ສະມາຊິກພັກ-ພະນັກງານ, ນັກຮົບ ມີແນວຄິດການ
ເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ, ຕໍ່ປະຊາຊົນ ບັນດາຜົນງານດັ່ງກ່າວ
ຍ້ອນມີການນໍາພາຢ່າງໃກ້ຊິດ ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ກໍຄືຄະນະພັກແຕ່ລະຂັ້ນ ເຮັດໃຫ້ຫ້ອງວ່າການ ກະຊວງປ້ອງກັນປະ
ເທດ ມີຜົນສໍາເລັດ ແລະ ມີຜົນງານອັນໃຫຍ່ຫຼວງຕະຫຼອດມາ. ຈາກນັ້ນ, ສະຫາຍ ພົນຕີ ສົມພອນ ມິດຕະພອນ ໄດ້ກ່າວຮັບໜ້າທີ່ໃໝ່ວ່າ: ຈະ
ໃຊ້ທຸກຄວາມຮູ້ ຄວາມສາມາດເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ໃຫ້ດີທີ່ສຸດ ຕາມທິດຊີ້ນຳຂອງຂັ້ນເທິງໃຫ້ມີຜົນສໍາເລັດ ເພື່ອນໍາພາ-ຊີ້ນໍາຫ້ອງວ່າ
ການ ກະຊວງປ້ອງກັນປະເທດ ໃຫ້ມີການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວຍິ່ງໆຂຶ້ນ. ໃນພິທີ ໄດ້ພ້ອມກັນລົງນາມບົດບັນທຶກການ ມອບ-
ຮັບ ໜ້າທີ່ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ຢ່າງເປັນທາງການ.

     ໂອກາດນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານກໍຄືຜົນສໍາເລັດທີ່ຫົວໜ້າຫ້ອງວ່າການ ກະ
ຊວງປ້ອງກັນປະເທດ ຜູ້ເກົ່າ ນໍາພາ ແລະ ສ້າງໄດ້ໃນໄລຍະຜ່ານມາ ພ້ອມທັງ, ເນັ້ນໜັກບາງບັນຫາທີ່ສໍາຄັນໃຫ້ຫົວໜ້າຫ້ອງວ່າການ ກະຊວງປ້ອງ
ກັນປະເທດ ຜູ້ໃໝ່ ສືບຕໍ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ໃນການນໍາພາ-ຊີ້ນໍາຂົງເຂດວຽກງານ ຕາມພາລະບົດບາດຂອງຕົນ ດ້ວຍ
ຄວາມຮັບຜິດຊອບສູງ ທັງເອົາໃຈໃສ່ປັບປຸງກໍ່ສ້າງກົມກອງໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ, ມີຄຸນນະພາບ ແລະ ມີໃບໜ້າອັນໃໝ່.

ແຫຼ່ງຂ່າວໂດຍ ສົມຄິດ ພູມມີຈິດ
ວັນທີ 28/01/2025