ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການແຕ່ງຕັ້ງຮອງຫົວໜ້າກົມ ວສ-ປສ ການທະຫານ


    ພິທີປະກາດການແຕ່ງຕັ້ງຮອງຫົວໜ້າ ກົມວິທະຍາສາດ-ປະຫວັດສາດ (ວສ-ປສ) ການທະຫານ ໄດ້ຈັດຂຶ້ນໃນວັນທີ 21 ກຸມພາ 2025 ນີ້,
ໂດຍການເປັນປະທານ ຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງ
ທັບ, ມີສະຫາຍ ພົນຈັດຕະວາ ຂວັນມິ່ງ ບິດາສັກ ຫົວໜ້າກົມ ວສ-ປສ ການທະຫານ, ມີຄະນະພັກ-ຄະນະບັນຊາ ກົມ, ຜູ້ຕາງໜ້າຈາກຫ້ອງ
ການເມືອງ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

     ສະຫາຍ ພັນເອກ ຄຳເອ້ຍ ສຸກແສງເໜືອ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນ
ປະເທດ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໃນນີ້, ກະຊວງປ້ອງກັນປະເທດ ຕົກລົງ ແຕ່ງຕັ້ງ ສະ
ຫາຍ ພັນໂທ ອູເທບ ພົມມະເທດ ເປັນຮອງຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານ. ໂອກາດນີ້, ສະຫາຍ ພົນຕີ ວົງສອນ ອິນ
ປານພິມ ໄດ້ມີຄຳເຫັນໂອ້ລົມຫຼາຍບັນຫາທີ່ສຳຄັນ ເຊິ່ງບາງຕອນໄດ້ກ່າວວ່າ: ການ​ປັງ​ປຸງ​ການຈັດ​ຕັ້ງເປັນ​ກົດ​ເກນ​ພາວະ​ວິ​ໄສ, ​ແມ່ນ​ລະບຽບຫຼັກ
ການ​​ນໍາພາ​ ຂອງ​ພັກ​ຕໍ່ກອງທັບ ​ແລະ ເປັນວຽກງານ​ປົກກະຕິ ​ຂອງ​ທຸກ​ການຈັດ​ຕັ້ງໃນ​ສັງຄົມ, ຍ້ອນ​ຄວາມ​ຮຽກຮ້ອງ​ຕ້ອງການ​ ຂອງໜ້າທີ່​ວຽກ
ງານ ກໍຄືໜ້າທີ່​ການ​ເມືອງ​ ຂອງ​ກົມ​ກອງ​ໃນ​ແຕ່ລະ​ໄລຍະ ເພາະ​ເຮັດ​ໃຫ້ການ​ຈັດ​ຕັ້ງ​ຄົບ​ຖ້ວນ​ພຽງພໍ ກັບ​ໂຄງ​ປະກອບຕາມ​ຕຳ​ແໜ່ງງານ ​ແລະ ຮັບ
ປະກັນ​ຄວາມໜັກ​ແໜ້ນ, ​ເຂັ້ມ​ແຂງ ຕອບ​ສະໜອງກັບ​ຄວາມ​ຮຽກຮ້ອງ​ຕ້ອງການ ຂອງໜ້າທີ່​ການ​ເມືອງ ​ໃນ​ສະພາບ​ການ​ໃໝ່, ເຊິ່ງການ​ປັບປຸງສັບ
ຊ້ອນ​ໃນ​ເທື່ອ​ນີ້ ​ແມ່ນ​ປະຕິບັດ​ຕາມ​ກົດໝາຍນາຍ​ທະຫານ​ກອງທັບປະຊາຊົນ​ລາວ ວ່າ​ດ້ວຍ​ການ​ຍົກຍ້າຍ​ມອບໝາຍໜ້າທີ່, ການ​ເລື່ອນ​ຊັ້ນ, ​ເລື່ອນ​
ຕຳ​ແໜ່ງ ​ແລະ ອື່ນໆ ທີ່​ໄດ້​ກຳນົດ​ໄວ້​ໃນ​ກົດໝາຍ. ອີກ​ດ້ານໜຶ່ງ ​ແມ່ນ​ອີງ​ໃສ່​ຜົນງານ​ຕົວ​ຈິງ ຄວາມ​ຮູ້ ຄວາມ​ສາມາດ, ຄຸນສົມບັດ ​ແລະ ຄວາມເຊື່ອ
ໝັ້ນໄວວາ​ງ​ໃຈ​ຈາກ​ຂັ້ນ​ເທິງ, ຈາກ​ພະນັກງານ-ນັກຮົບ ​ໃນ​ກົມ​ກອງ ຕໍ່​ສະຫາຍ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ. ສຳລັບ​​ສະຫາຍ ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງໃໝ່
ໃຫ້​ເຂົ້າ​ໃຈ​ວ່າ​ ນີ້​ແມ່ນ​ການ​ມອບໝາຍໜ້າທີ່​ອັນໜັກໜ່ວງ ​ແຕ່​ມີ​ກຽດສະຫງ່າ ຈາກ​ພັກ-ລັດ ຂັ້ນ​ເທິງ​ມອບໝາຍ​ໃຫ້​. ສະ​ນັ້ນ, ຕ້ອງ​ບຸກໜ້າບືນ​ຕົວ
ສຸມ​ສະຕິ​ປັບ​ຍາ​ຄວາມ​ຮູ້ ​ຄວາມ​ສາມາດ ທັງ​ແຮງ​ກາຍ, ​ແຮງ​ໃຈ ​ເພື່ອ​ເຮັດ​ໃຫ້​ໄດ້, ​ເຮັດ​ໃຫ້​ລ້ອນຕາມ​ການ​ມອບ​ໝາຍ. ສ່ວນຄະນະ​ພັກ-ຄະນະ​ບັນ
ຊາ ຕ້ອງ​ປັບປຸງ​ແບບ​ແຜນ​ວິທີ​ເຮັດ​ວຽກ ບົນ​ພື້ນຖານ​ຫຼັກການລວມສູນ​ປະຊາທິປະ​ໄຕ ​ເຮັດ​ວຽກ​ເປັນໝູ່ຄະນະ ​ແບ່ງ​​ໃຫ້​ບຸກຄົນ​ຮັບຜິດຊອບ; ຕ້ອງ
​ເວົ້າ​ຕາມ​ມະ​ຕິ, ​ເຮັດ​ຕາມ​ມະຕິ, ສຽງສ່ວນໜ້ອຍປະຕິບັດ​ຕາມ​ສຽງສ່ວນ​ຫຼາຍ, ມະຕິ​ຕ້ອງ​ເພື່ອ​ຜົນ​ປະ​ໂຫຍ​ດລວມ, ບໍ່​ແມ່ນ​ວາງ​ມະຕິ ​ເພື່ອ​ຜົນ​ປະ
​ໂຫຍ​ດຂອງໝູ່ຄະນະ ຫຼື ບຸກຄົນ​ໃດ​ໃນ​ຄະນະ ​ແລະ ຂັດ​ກັບ​ແນວທາງ, ຂັດ​ກັບ​ລະບຽບກົດໝາຍ ​ໃນ​ແບບ​ແຜນ​ເຮັດ​ວຽກຕ້ອງ​ປະຕິບັດ​ຖືກຕ້ອງ​ 4
ປະຊາທິປະ​ໄຕ ​ໃນ​ກອງທັບຄື: ປະຊາທິປະ​ໄຕ ດ້ານ​ການ​ເມືອງ, ດ້ານ​ການ​ທະຫານ, ​ດ້ານ​ພະລາທິການ-​ເຕັກນິກ ​ແລະ ດ້ານການ​ພົວພັນ​ຕ່າງປະ​ເທດ.

     ສຳລັບ​ບັນດາ​ສະຫາຍ​ພະນັກງານ-ສະມາຊິກ​ພັກ ​ແລະນັກຮົບ ​ໃນ​ທົ່ວ​ກົມ ວສ-ປສ ການທະຫານ ຕ້ອງ​ສືບຕໍ່​ໃຫ້ການ​ສະໜັບສະໜູນ, ຊ່ວຍ​
ເຫຼືອກໍ່ສ້າງ ​ເພື່ອ​ໃຫ້​ຜູ້ຮັບໜ້າທີໃໝ່ ​ໄດ້​ເຮັດ​ສຳ​ເລັດໜ້າທີ່ (ກຳລັງ​ແຮງ​ສັງ​ລວມ, ສະຕິ​ປັນຍາ​ລວມຍອດ, ​ແມ່ນ​ຢູ່​ນຳ​ມະຫາຊົນ, ຢູ່​ນຳ​ປະຊາຊົນ,
ຢູ່​ນຳ​ພວກ​ສະຫາຍ) ຖ້າວ່າ​ມີ​ແຕ່​ຈະ​ຊິງ​ຊອບ​ເບິ່ງ, ມີ​ແຕ່​ລໍຖ້າ​ຈັບ​ເອົາ​ຈຸດ​ອ່ອນ​ບົກ​ຜ່ອງ ​ແລະ ຫາ​ທຸກ​ວິທີ ​ເພື່ອ​ປັດ​ເຂ​ຍອອກ​ແມ່ນ​ໄປ​ບໍ່ລອດ, ອັນ​
ໃດບໍ່ສອດຄ່ອງ ພ້ອມ​ກັນ​ປັບປຸງ​ແກ້​ໄຂ ​ເພາະວ່າ​ໃນ​ຕົວ​ຈິງ​ບໍ່ມີ​ໃຜ​ຮູ້ໝົດ, ​ເກັ່ງໝົດ ​ເຮັດ​ໄດ້ໝົດ….ສະນັ້ນ, ພວກສະຫາຍຕ້ອງພ້ອມກັນເອົາ​ໃຈ​
ໃສ່​ເຮັດ​ໃຫ້​ສະພາບ​​ພາຍໃນກົມ ແລະ ຂອບເຂດກົມກອງຮັບຜິດຊອບມີ​ຄວາມສະຫງົບ, ມີສະຕິຕໍ່ການຮັບຂໍ້ມູນຈາກສື່ອອນລາຍ ຢູ່ໃນອົງການວິ
ທະຍາສາດ-ປະຫວັດສາດ ການທະຫານ ຕ້ອງຄົ້ນຄວ້າຫຼາຍ; ເອົາໃຈໃສ່ປັບປຸງກໍ່ສ້າງພະນັກງານ ໃຫ້ໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມ
ແຂງດ້ານການຈັດຕັ້ງ ໂດຍຖືເອົາກໍ່ສ້າງທາງດ້ານການເມືອງນໍາພາແນວຄິດເປັນກົກ, ສ້າງໃຫ້ພະນັກງານ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ,
ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຈົ່ງຮັກພັກດີ ຕໍ່ພັກ, ຕໍ່ປະຊາຊົນ, ມີນໍ້າໃຈເສຍສະຫຼະ ເພື່ອຜົນປະໂຫຍດລວມຂອງຊາດ, ມີຄວາມອົດທົນ
ຜ່ານຜ່າຄວາມຫຍຸ້ງຍາກ ກຽມພ້ອມເຮັດລ້ອນໜ້າທີ່ ທີ່ຂັ້ນເທິງມອບໝາຍໃຫ້ມີຜົນສຳເລັດ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 24/02/2025