ຫຼາຍພາກສ່ວນສືບຕໍ່ເຂົ້າອວຍພອນ ຄະນະນຳກະຊວງປ້ອງກັນປະເທດ
ໃນວັນທີ 21 ມັງກອນ 2025 ນີ້, ຫຼາຍພາກສ່ວນສືບຕໍ່ເຂົ້າອວຍພອນ ຄະນະນໍາກະຊວງປ້ອງກັນປະເທດ ເນື່ອງໃນໂອກາດວັນສ້າງຕັ້ງກອງ
ທັບປະຊາຊົນລາວ ຄົບຮອບ 76 ປີ, ໃນນີ້, ມີກະຊວງສາທາລະສະສຸກ ນຳໂດຍ ທ່ານ ດຣ ບຸນແຝງ ພູມມະໄລ ລັດຖະມົນຕີ ກະຊວງສາທາລະ
ສະສຸກພ້ອມຄະນະ, ບໍລິສັດ ລາວ-ລີ້ຕູ້ ມາຍນິ້ງ ຈໍາກັດ ຮ່ວມກັບ ບໍລິສັດ ຫຼົງຈ່ຽງ ມາຍນິ້ງ ຈຳກັດ ນໍາໂດຍ ທ່ານ ອາລະວອນ ວົງສັນຕິ ປະທານ
ບໍລິສັດ ພ້ອມຄະນະ, ອົງການກວດສອບແຫ່ງລັດ ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະ
ນະ, ກະຊວງພາຍໃນ ນໍາໂດຍ ທ່ານ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ ພ້ອມຄະນະ, ຫ້ອງວ່າການສໍານັກງານນາຍຍົກລັດຖະມົນຕີ
ນໍາໂດຍ ທ່ານ ປອ ບົວຄົງ ນາມມະວົງ ລັດຖະມົນຕີ ຫົວຫນ້າຫ້ອງວ່າການສໍານັກງານນາຍຍົກລັດຖະມົນຕີ ພ້ອມດ້ວຍຄະນະ, ສູນກາງແນວລາວ
ສ້າງຊາດ ນໍາໂດຍ ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມຄະນະ, ກະຊວງ
ພະລັງງານ ແລະ ບໍ່ແຮ່ ນໍາໂດຍ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມຄະນະ, ໂຮງແຮມເມືອງແທ່ງ
ນໍາໂດຍ ທ່ານ ວັນທາ ຊົງຊະນະ ຮອງຜູ້ອໍານວຍການ ພ້ອມຄະນະ, ເຊິ່ງໃຫ້ການຕ້ອນຮັບໂດຍ ສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ກໍາມະ
ການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ.
ໂອກາດນີ້ ສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ໄດ້ຕາງໜ້າຄະນະນໍາກະຊວງປ້ອງກັນປະເທດ ກ່າວສະແດງຄວາມຂອບໃຈຕໍ່ພາກສ່ວນ
ຕ່າງໆ ທີ່ເຫັນໄດ້ຄວາມໝາຍຄວາມສໍາຄັນ ຂອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົນຮອບ 76 ປີ ເຊິ່ງນັບແຕ່ປະເທດຊາດກ້າວເຂົ້າສູ່ລະບອບໃໝ່
ກອງທັບ ກໍໄດ້ເປັນກຳລັງຫຼັກແຫ່ງໃນການຮັກສາ ເອກກະລາດ ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ເຊິ່ງເປັນໜ້າທີ່ອັນໜັກໜ່ວງ
ແລະ ມີກຽດສະຫງ່າ ທີ່ພັກ-ລັດ ແລະ ປະຊາຊົນລາວ ບັນດາເຜົ່າມອບໝາຍໃຫ້, ເວລາໃດກອງທັບກໍຖືສໍາຄັນ ແລະ ຕັ້ງໜ້າປະຕິບັດພາລະກິດຂອງ
ຕົນສໍາເລັດເປັນກ້າວໆ ສາມາດສ້າງໄດ້ບັນດາຜົນງານອັນໃຫຍ່ຫຼວງ ພ້ອມກັບປະຊາຊົນລາວບັນດາເຜົ່າ ໃນການປົກປັກຮັກສາໝາກຜົນ ຂອງການປະ
ຕິວັດໄດ້ຢ່າງໝັ້ນຄົງ, ປະກອບສ່ວນສ້າງສາພັດທະນາປະເທດຊາດ ເຮັດໃຫ້ເສດຖະກິດ ແລະ ຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ແລະ ປະຊາຊົນ
ບັນດາເຜົ່າດີຂຶ້ນ, ປະເທດຊາດມີຄວາມໝັ້ນຄົງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽນຮຽບຮ້ອຍໂດຍພື້ນຖານຕະຫຼອດມາ.
ແຫຼ່ງຂ່າວໂດຍ ຂກທ
ວັນທີ 22/01/2025