ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ
ກົມໃຫຍ່ການເມືອງກອງທັບ ສຳເລັດຜົນຢ່າງຈົບງາມ
ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກກົມໃຫຍ່ການເມືອງກອງທັບ
ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກົມໃຫຍ່ການເມືອງກອງທັບ ໄດ້ໄຂຂຶ້ນ ແລະ ອັດລົງດ້ວຍຜົນສຳເລັດ
ຢ່າງຈົບງາມ ໃນວັນທີ 20 ກຸມພາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລ
ຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,
ເລຂາຄະນະພັກກົມໃຫຍ່, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຜູ້ຕາງໜ້າຄະນະພັກບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ,
ພະນັກງານປະຕິວັດອາວຸໂສບໍານານ, ມີຜູ້ແທນສົມບູນທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວອົງການກົມໃຫຍ່ການເມືອງກອງທັບ ແລະ ແຂກ
ຖືກເຊີນ ເຂົ້າຮ່ວມ.
ໃນກອງປະຊຸມ ໄດ້ຮັບຟັງບົດລາຍງານການເມືອງທັງສອງພາກທີ່ສະເໜີໂດຍ ສະຫາຍ ພົນຕີ ວົງສອນ ອິນປານພິມ ໂດຍໄດ້ຕີລາຄາຄືນຢ່າງ
ພາວະວິໄສຕໍ່ໝາກຜົນແຫ່ງການເຄື່ອນ ໄຫວນຳພາ-ຊີ້ນຳວຽກງານຮອບດ້ານ ຂອງອົງຄະນະພັກ ໃນໄລຍະ 5 ປີຜ່ານມາ, ໂດຍປິ່ນອ້ອມ 4 ໜ້າທີ່
ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ກໍຄືມະຕິກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກ ກົມໃຫຍ່
ການເມືອງກອງທັບໃນຊຸມປີຜ່ານມາ ເຮັດໃຫ້ທົ່ວກົມໃຫຍ່ການເມືອງກອງທັບ ມີຄວາມສະຫງົບໜັກແໜ້ນ, ສາມາດເປັນເສນາທິການດ້ານວຽກ
ງານພັກ-ວຽກງານການເມືອງໃຫ້ແກ່ກະຊວງປ້ອງກັນປະເທດ. ຄະນະພັກ ຍາມໃດກໍໄດ້ເປັນຄັນທຸງເຕົ້າໂຮມຄວາມສາມັກຄີພາຍໃນພັກ, ຮັກສາ
ແລະ ເສີມຂະຫຍາຍໄດ້ແບບແຜນການນໍາພາ, ວິທີເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕຂອງພັກ, ນໍາພາ-ຊີ້ນໍາໃນການຄົ້ນຄວ້ານິຕິກຳ
ວຽກງານພັກ-ວຽກງານການເມືອງໃນກອງທັບ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ໃນທົ່ວ
ກອງທັບ ເວົ້າລວມ, ເວົ້າສະເພາະພາຍໃນກົມໃຫຍ່ການເມືອງກອງທັບ ດ້ວຍຮູບການຈັດຕັ້ງເຊື່ອມຊຶມແນວທາງນະໂຍບາຍ, ມະຕິ, ຄຳສັ່ງຂອງພັກ
ຕິດພັນກັບການຈັດຕັ້ງດຳເນີນຊີວິດການເມືອງພາຍໃນພັກເປັນປົກກະຕິ, ຊີ້ນໍາການຫັນລົງກໍ່ສ້າງຮາກຖານການເມືອງຕິດພັນກັບການພັດທະນາຊົນ
ນະບົດຮອບດ້ານ ໂດຍສຸມໃສ່ສ້າງບ້ານປ້ອມໝັ້ນປ້ອງກັນຊາດ, ກຸ່ມບ້ານປ້ອງກັນຊາດເຂັ້ມແຂງ ປະກອບສ່ວນປົກປັກຮັກສາຄວາມສະຫງົບ, ຄວາມ
ເປັນລະບຽບຮຽບຮ້ອຍໃນສັງຄົມ, ຊີ້ນໍາວຽກງານຮັບປະກັນຊີວິດການເປັນຢູ່, ການຄຸ້ມຄອງລ້ຽງດູທັບ, ຊຸກຍູ້ຂະບວນການ 4 ປູກ 4 ລ້ຽງ, ຂະບວນ
ການຜະລິດຕາມທ່າແຮງຂອງກົມກອງ, ຊີ້ນໍາການກໍ່ສ້າງພື້ນຖານໂຄງລ່າງ ຕາມເງື່ອນໄຂຄວາມອາດສາມາດພ້ອມກັນນັ້ນ, ກໍໄດ້ສຸມໃສກໍ່ສ້າງໜ່ວຍ
ພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໂດຍຕິດພັນກັບການກໍ່ສ້າງກອງ 3 ປອດ, ກອງວັດທະນະທໍາ-ນັກຮົບວັດທະນະທຳ, ດຳເນີນການຕີລາຄາແບ່ງ
ປະເພດ ຄຸນນະພາບໜ່ວຍພັກ, ສະມາຊິກພັກ ແລະ ຂະຫຍາຍພັກໃຫ້ຖືກຕ້ອງຕາມລະບຽບຫຼັກການຂອງພັກ ອັນພົ້ນເດັ່ນແມ່ນຂະບວນການດໍາ
ເນີນຊີວິດການເມືອງປົວແປງພັກ-ພະນັກງານ ແລະ ຂະບວນການອົບຮົມ-ຫັດແອບ ຮັບໃຊ້ການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ
ຄົບຮອບ 75 ປີ, ໄດ້ຈັດຕັ້ງເຝິກອົບຮົມວຽກງານຈັດຕັ້ງພັກທົ່ວກອງທັບ ຊຸດທີ VI, ເຝິກອົບຮົມວຽກງານການກວດສອບເລຂາ, ຮອງເລຂາຮາກ
ຖານພັກ, ໄດ້ຊີ້ນໍາດໍາເນີນກອງປະຊຸມໃຫຍ່ຂັ້ນຄະນະພັກ ສໍາເລັດ 39,21%, ຄະນະພັກຮາກຖານ 99,36% ແລະ ໜ່ວຍພັກ 99,72%, ບົ່ງຕົວ
ແຕ່ງຕັ້ງປ່ຽນແທນ 73 ຄະນະພັກ, ຍຸບ 1 ຄະນະພັກ ແລະ ສ້າງຕັ້ງໃໝ່ 1 ຄະນະພັກ, ເຮັດໃຫ້ລະບົບການຈັດຕັ້ງພັກມີໜັກແໜ້ນດີຂຶ້ນກວ່າເກົ່າ;
ດ້ານການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນເພີ່ມຂຶ້ນ 257 ໜ່ວຍພັກ, ມີສະມາຊິກພັກແຂງ 66.669 ສະຫາຍ, ກາງ 5.036 ສະ
ຫາຍ, ຂະຫຍາຍ ມະຫາຊົນກ້າວໜ້າເຂົ້າພັກໄດ້ 16.723 ສະຫາຍ, ຍິງ 2.944 ສະຫາຍ, ເລື່ອນສະມາຊິກພັກສໍາຮອງຂຶ້ນສົມບູນ 10.226 ສະ
ຫາຍ, ຍິງ 1.923 ສະຫາຍ; ອັດຕາສ່ວນນໍາພາ ຂອງສະມາຊິກພັກກວມເອົາ 67,8%. ສະເພາະກົມໃຫຍ່ການເມືອງກອງທັບ ມີ 8 ຄະນະພັກຮາກ
ຖານ, ມີ 33 ໜ່ວຍພັກຂຶ້ນກັບ, 22 ໜ່ວຍພັກເອກະລາດ, ມີສະມາຊິກພັກ1.950 ສະຫາຍ, ຍິງ 657 ສະຫາຍ, ເລື່ອນສະມາຊິກພັກສໍາຮອງຂຶ້ນ
ສົມບູນ 579 ສະຫາຍ, ຂະຫຍາຍມະຫາຊົນເຂົ້າພັກໄດ້ 521 ສະຫາຍ; ດ້ານຄຸນນະພາບມີຄະນະພັກຮາກຖານແຂງ 8 ຄະນະ, ໜ່ວຍພັກແຂງ 32
ໜ່ວຍ, ກາງ 16 ໜ່ວຍ, ມີສະມາຊິກພັກແຂງ1.485 ສະຫາຍ ແລະ ກາງ 49 ສະຫາຍ. ນອກຈາກນີ້, ຍັງໄດ້ປັບປຸງລະບົບການຈັດຕັ້ງນໍາພາ-ບັນຊາ
ແຕ່ລະຂັ້ນໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ເອົາໃຈໃສ່ປະຕິບັດນະໂຍບາຍຕໍ່ພະນັກງານ-ນັກຮົບປະຈໍາການ, ພະນັກງານອາວຸໂສບໍານານຢ່າງເໝາະ
ສົມ, ຊີ້ນໍາອົງການຈັດຕັ້ງມະຫາຊົນໃຫ້ເຄື່ອນໄຫວວຽກງານຕາມພາລະບົດບາດຂອງຕົນຢ່າງແຂງແຮງ, ນໍາພາ-ຊີ້ນໍາຂົງເຂດວຽກງານຍຸຕິທຳເປັນໃຈ
ກາງໂຄສະນາເຜີຍແຜ່ບັນດາກົດໝາຍ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ, ປະຕິບັດຫຼັກການສືບສວນ-ສອບສວນ, ການກວດກາ, ການສັ່ງຟ້ອງ,
ການຕັດສິນຄະດີຢ່າງພາວະວິໄສ, ເປັນທໍາ, ສາມາດສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ນັບມື້ຫຼຸດໜ້ອຍລົງ.
ກອງປະຊຸມໄດ້ເປັນເອກະສັນຢ່າງສົມບູນຮັບຮອງເອົາທິດທາງ ແຜນການ 5 ປີຕໍ່ໜ້າ ພ້ອມທັງໄດ້ຮັບຟັງການປະກອບຄໍາຄິດເຫັນຈາກຜູ້ຕາງ
ໜ້າອົງການ-ກົມກອງທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບ ເຮັດໃຫ້ບົດລາຍງານການເມືອງມີເນື້ອໃນສົມບູນຂຶ້ນຕື່ມ. ຈາກນັ້ນ, ໄດ້ດໍາເນີນການ
ປ່ອນບັດຄັດເລືອກເອົາຄະນະພັກກົມໃຫຍ່ການເມືອງກອງທັບ ຊຸດໃໝ່ປະກອບມີ 15 ສະຫາຍ, ເຊິ່ງກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະ
ສັນຢ່າງສົມບູນເລືອກເອົາຄະນະປະຈຳພັກອົງການກົມໃຫຍ່ການເມືອງກອງທັບ ຈຳນວນ 5 ສະຫາຍຄື: ສະຫາຍ ພົນຕີ ວົງສອນ ອິນປານພິມ, ສະ
ຫາຍ ພົນຕີ ໄພວັນ ຈັນທະພົມມາ, ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ, ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄຳປະ
ທຸມ ແລະ ສະຫາຍ ພົນຈັດຕະວາ ຈັນທາ ບຸນນະວົງ ພ້ອມນີ້, ກອງປະຊຸມໄດ້ເລືອກເອົາ ສະຫາຍ ພົນຕີ ວົງສອນ ອິນປານພິມ ເປັນເລຂາຄະນະ
ພັກ, ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ເປັນຮອງເລຂາຄະນະພັກ, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ເປັນປະທານກວດກາພັກ
ນອກນັ້ນ, ກຳມະການຄະນະພັກອົງການ ກົມໃຫຍ່ການເມືອງກອງທັບ ປະກອບມີ: ສະຫາຍ ພັນເອກ ແພງສີເສັງວິໄຊ, ສະຫາຍ ພັນເອກ ແກ້ວສຸ
ວັນ ຜາງພິລາວົງ, ສະຫາຍ ພັນເອກ ບົວສີ ສີວົງສາ, ສະຫາຍພັນເອກ ໄຊຍະແສງ ໄມມະນີ, ສະຫາຍ ພັນເອກ ສອນໄຊ ຈັນຍາລາດ,ສະຫາຍ ພົນ
ຈັດຕະວາ ນາງ ໄພວອນ ອິນທະບຸດ, ສະຫາຍ ພັນເອກ ອໍາພອນ ສຸກວິໄຊ, ສະຫາຍ ພັນເອກ ຂັນທະນູໄຊ ຈະເລີນສຸກ, ສະຫາຍ ພັນເອກ ວັນໄຊ
ຄຳພາວົງ ແລະ ສະຫາຍ ພັນເອກ ລັດສະໝີ ຂັນອາສາ. ພ້ອມດຽວກັນນັ້ນ, ກໍໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະ ສຳຮອງໄປຮ່ວມກອງ
ປະຊຸມໃຫຍ່ຄະນະພັກຂັ້ນເທິງ ບັນລຸຕາມຄາດໝາຍ.
ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ໂອ້ລົມໃຫ້ທິດຊີ້ນຳຫຼາຍບັນຫາສຳຄັນ ເພື່ອເປັນແນວທາງ ແລະ ບ່ອນອີງໃຫ້ແກ່ຄະນະ
ພັກຊຸດໃໝ່ ພ້ອມທັງ ເນັ້ນໜັກໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ ມີນໍ້າໃຈຮັກຊາດ, ມີຄວາມຈົງຮັກພັກ
ດີ ຕໍ່ພັກ, ຕໍ່ປະຊາຊົນ, ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນທິດສະດີການເມືອງ, ທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ມູນເຊື້ອ ແລະ ປະ
ຫວັດສາດຂອງພັກ, ຂອງຊາດ, ແນວທາງນະໂຍບາຍຂອງພັກ-ລັດ ໃນແຕ່ລະໄລຍະ, ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງຕິດພັນກັບການພັດທະ
ນາຊົນນະບົດ ຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ມະຕິ 3 ສ້າງ ທີ່ກົມການເມືອງສູນກາງພັກວາງອອກ, ຕັ້ງໜ້າປັບປຸງກໍ່ສ້າງກໍາລັງ ໃຫ້
ເຂັ້ມແຂງຮອບດ້ານ ໃນນີ້, ຖືເອົາຄຸນນະພາບເປັນຕົ້ນຕໍ, ເປັນເຈົ້າການຍົກສູງສະຕິເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ,
ຮູ້ຊອກຄົ້ນ ແລະ ນໍາໃຊ້ທ່າແຮງບົ່ມຊ້ອນທີ່ມີ ເພື່ອສູ້ຊົນປະຕິບັດຄາດໝາຍ, ແຜນການສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ທີ່ກະຊວງປ້ອງກັນປະ
ເທດວາງອອກໃຫ້ປະກົດຜົນເປັນຈິງ ພ້ອມກັນນັ້ນ, ກໍປະຕິບັດແນວທາງການຕ່າງປະເທດ ຂອງພັກໃນໄລຍະໃໝ່ ໃຫ້ຖືກຕ້ອງ ແລະ ບັນຫາສໍາຄັນ
ແມ່ນພ້ອມກັນຄົ້ນຄວ້າ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ເກີດໝາກຜົນຕົວຈິງ, ເຮັດໃຫ້ກົມໃຫຍ່ການເມືອງກອງທັບ ມີ
ຄວາມໜັກແໜ້ນເຂັ້ມແຂງຂຶ້ນເລື້ອຍໆ.
ແຫຼ່ງຂ່າວໂດຍ ຂກທ
ວັນທີ 21/02/2025