ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບ
ຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 29


    ໃນວັນທີ 19 ກຸມພາ 2025 ນີ້, ທີ່ ນະຄອນຫຼວງບາງກອກ ຣາຊະອານາຈັກໄທ ໂດຍການເປັນປະທານ ຝ່າຍລາວ ນຳໂດຍທ່ານ ພົນໂທ ຄໍາ
ລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນ ປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ປະທານຄະນະກຳມະການຮ່ວມ
ມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ, ແລະ ຝ່າຍໄທ ນໍາໂດຍທ່ານ ພູມທຳ ເວດຊະຢະໄຊ ຮອງນາຍົກລັດຖະມົນຕີ,
ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກໄທ, ປະທານຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມ
ຊາຍແດນທົ່ວໄປ ໄທ-ລາວ ພ້ອມດ້ວຍຄະນະກໍາມະການທັງສອງຝ່າຍ ເຂົ້າຮ່ວມ.

     ໃນກອງປະຊຸມທັງສອງຝ່າຍໄດ້ປຶກສາຫາລືແລກປ່ຽນຄວາມຄິດຄວາມເຫັນທົບທວນ ແລະ ຕີລາຄາຜົນຂອງການຈັດຕັ້ງປະຕິບັດຕາມບົດບັນ
ທຶກກອງປະຊຸມ ຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 28 ທີ່ ນະຄອນຫຼວງວຽງຈັນ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນລະຫວ່າງວັນ ທີ 18-22 ທັນວາ 2023, ໂດຍທັງສອງຝ່າຍ ມີຄວາມຍິນດີທີ່ສາຍພົວພັນ ແລະ
ການຮ່ວມມືຂອງທັງສອງປະເທດ ໄດ້ມີຄວາມກ້າວໜ້າຢ່າງເປັນຮູບປະທໍາຫຼາຍຂຶ້ນ ເຊິ່ງເປັນຜົນປະໂຫຍດຮ່ວມກັນ, ສາມາດແກ້ໄຂບັນຫາ ແລະ
ເສີມຂະຫຍາຍຄວາມໝັ້ນຄົງຕາມຊາຍແດນຂອງທັງສອງປະເທດ ເຮັດໃຫ້ບໍລິເວນຊາຍແດນສ່ວນໃຫຍ່ມີຄວາມສະຫງົບຮຽບຮ້ອຍ ແລະ ສະແດງ
ຄວາມຍິນດີທີ່ສາຍພົວພັນ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ກັບ ຣາຊະອານາຈັກໄທ ຈະຄົບຮອບ 75 ປີ ວັນສ້າງຕັ້ງສາຍ
ພົວພັນທາງການທູດ ໃນປີ 2025, ເຊິ່ງທັງສອງຝ່າຍຈະປຶກສາຫາລືໃນການຈັດກິດຈະກຳຕ່າງໆ ເພື່ອຂໍ່ານັບຮັບຕ້ອນວັນສໍາຄັນດັ່ງກ່າວ. ນອກຈາກ
ນີ້ ກອງປະຊຸມ​ໄດ້ໄປປຶກສາຫາລືບັນດາວຽກງານຕ່າງໆ ເປັນຕົ້ນການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ການຮ່ວມ
ມືໃນການປົກປັກຮັກສາເສັ້ນຊາຍແດນລາວ-ໄທ, ການຮ່ວມມືໃນການປ້ອງກັນ ແລະ ສະກັດກັ້ນຢາເສບຕິດຕາມຊາຍແດນ ລາວ-ໄທ, ການຕິດຕໍ່ປະ
ສານງານ ແລະ ການແລກປ່ຽນຂໍ້ມູນຂ່າວສານ, ການຮ່ວມມືໃນການແກ້ໄຂບັນຫາການກໍ່ການຮ້າຍສາກົນ ລະຫວ່າງ ລາວ-ໄທ, ການຮ່ວມມືໃນການ
ແກ້ໄຂບັນຫາຜູ້ລັກລອບເຂົ້າເມືອງຜິດກົດໝາຍ, ຮ່ວມມືໃນການແກ້ໄຂບັນຫາໝອກຄວັນຂ້າມຊາຍແດນ, ການຮ່ວມມື ແກ້ໄຂບັນຫາອາຊະຍາກຳ
ຂ້າມແດນ ແລະ ອື່ນໆ.

     ໃນກອງປະຊຸມ, ປະທານ ຮ່ວມຝ່າຍລາວ ແລະ ປະທານ ຮ່ວມຝ່າຍໄທ ໄດ້ພ້ອມກັນລົງນາມໃນບົດບັນທຶກກອງປະຊຸມ ດັ່ງກ່າວສໍາລັບຄັ້ງຕໍ່ໄປ
ຝ່າຍລາວຮັບເປັນ ເຈົ້າພາບຈັດກອງປະຊຸມຄະນະກໍາມະການຮ່ວມມືຮັກສາຄວາມ ສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 30 ຕໍ່ໄປ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 20/02/2025