
ປະກາດການບົ່ງຕົວແຕ່ງຕັ້ງ ຄະນະບໍລິຫານງານພັກກົມ 213, ຮອງຫົວໜ້າຫ້ອງການເມືອງ,
ຫົວໜ້າຫ້ອງການ, ຮອງຫ້ອງການ

ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກໍາມະການຄະນະປະຈໍາພັກກະຊວງ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ
ເປັນປະທານກອງປະຊມຄັ້ງວັນທີ 14/05/2026
ພິທີ ປະກາດການບົ່ງຕົວຄະນະບໍລິຫານງານພັກກົມ, ຮອງຫົວໜ້າຫ້ອງການເມືອງ, ຫົວໜ້າຫ້ອງການ, ຮອງຫ້ອງການ, ຮອງສູນທີ່
ຂຶ້ນກັບກົມ 213 ແລະ ມອບຫຼຽນໄຊຍ້ອງຍໍ ໄດ້ຈັດຂຶ້ນໃນວັນທີ 14 ພຶດສະພາ 2026 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນ
ຕີ ໄພວັນ ຈັນທະພົມມາ ກໍາມະການຄະນະປະຈໍາພັກກະຊວງ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະນໍາກະ
ຊວງ, ບັນດາກົມ ແລະ ພະນັກງານ-ນັກຮົບ ກົມ 213 ເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນໂທ ຄຳໝັ້ນ ມິດສຸພົນ ຫົວໜ້າພະແນກຄະນະພັກ ກົມຈັດຕັັ້ງພັກ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມະ
ຕິຕົກລົງຄະນະພັກກະຊວງປ້ອງກັບປະເທດວ່າດ້ວຍການແຕ່ງຕັ້ງ ສະຫາຍ ພັນເອກ ໄຊຊະນະ ສິມມະວົງ ຫົວໜ້າຫ້ອງພະລາທິການ ເປັນ
ກຳມະການຄະນະບໍລິຫານງານກົມ 213, ຈາກນັ້ນ ສະຫາຍ ພັນໂທ ອິນຖາ ເພັດແສງທອງ ຫົວໜ້າຫ້ອງການເມືອງ ກົມ 213 ກໍໄດ້
ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດວ່າດ້ວຍການແຕ່ງຕັ້ງ ສະຫາຍ ພັນໂທ ອິນທະວົງ ແສງລາທອນ ເປັນຮອງຫົວໜ້າຫ້ອງການ
ເມືອງກົມ 213, ສະຫາຍ ພັນໂທ ສຳລານ ບຸນຍາສານ ເປັນຫົວໜ້າຫ້ອງການ 51 ກົມ 213, ສະຫາຍ ພັນໂທ ວຽງຄອນ ມະນີວົງ
ເປັນຮອງຫົວໜ້າຫ້ອງການ 51 ກົມ 213, ສະຫາຍ ພັນໂທ ຄຳພຸດ ສາຍສະຫວາດ ເປັນຮອງຫົວໜ້າ ຫ້ອງການ 61 ກົມ 213, ນອນ
ຈາກນັ້ນຍັງໄດ້ແຕ່ງຕັ້ງມອບໝາຍໜ້າທີ່ຢູ່ສູນ 13 ທັງໝົດ 7 ສະຫາຍອີກດ້ວຍ, ຈາກນັ້ນ ສະຫາຍພັນເອກ ພອນມີໄຊ ສີວົງຊຳ ຫົວ
ໜ້າກົມນະໂຍບາຍ ກົມໃຫຍ່ການເມືອງກອງທັບ ກໍໄດ້ຜ່ານດຳລັດຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນໄຊແຮງງານໃຫ້ແກ່ຜູ້
ທີ່ມີຜົນງານດີເດັ່ນຕະຫຼອດໄລຍະ 5 ປີມີດັ່ງນີ້: ຫຼຽນໄຊແຮງງານຊັ້ນ I ຈຳນວນ 10 ສະຫາຍ, ຫຼຽນໄຊແຮງງານຊັ້ນ II ຈຳນວນ 57 ສະ
ຫາຍ ຫຼຽນໄຊແຮງງານຊັ້ນ III ຈຳນວນ 150 ສະຫາຍ, ຫຼຽນກາແຮງງານ ມີຈຳນວນ 370 ສະຫາຍ, ໃບຍ້ອງຍໍລັດຖະບານຈຳນວນ
242 ສະຫາຍ, ນອກຈາກນັ້ນຍັງໄດ້ຜ່ານລັດຖະດຳລັດຂອງປະທານປະເທດວ່າດ້ວຍການປະດັບຫຼຽນໄຊແຮງງານໃຫ້ແກ່ຜູ້ທີ່ມີຜົນງານ
ດີເດັ່ນໃນການປ້ອງກັນກອງປະຊຸມອາຊຽນມີດັ່ງນີ້: ຫຼຽນໄຊແຮງງານຊັ້ນ ll ຈຳນວນ 3 ສະຫາຍ, ຫຼຽນໄຊແຮງງານຊັ້ນ III ຈຳນວນ 3,
ຫຼຽນກາແຮງງານ ຈຳນວນ 127 ແລະ ໃບຍ້ອງຍໍລັດຖະບານຈຳນວນ 107 ສະຫາຍ.
ໂອກາດນີ້, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ເອົາໃຈໃສ່ເພີ່ມທະວີຄວາມ
ຮັບຜິດຊອບ ຕໍ່ໜ້າທີ່ການເມືອງໃຫ້ສູງຂຶ້ນກວ່າເກົ່າ, ສືບຕໍ່ຄົ້ນຄວ້າເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງຂອງຂັ້ນເທິງ
ທີ່ໄດ້ຮັບການມອບໝາຍ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ ບົນພື້ນຖານປະຕິບັດຫຼັກການລວມສູນປະຊາທິປະ
ໄຕ, ເອົາໃຈໃສ່ໃນການເຝິກຝົນຫຼໍ່ຫຼອມຕົນເອງ, ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານປັບປຸງກໍ່ສ້າງກົມກອງ ໃຫ້ມີໃບໜ້າອັນໃໝ່ ແລະ
ມີຄວາມເຂັ້ມແຂງ-ໜັກແໜ້ນໃນທຸກດ້ານ, ເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປັບ
ປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ, ແບ່ງຄວາມຮັບຜິດຊອບຢ່າງລະອຽດຈະແຈ້ງ, ຮັກສາຄວາມເປັນແບບຢ່າງນຳໜ້າໃນການນຳ
ພາຈັດຕັ້ງປະຕິບັດວຽກງານຕາມຄວາມຮັບຜິດຊອບຂອງຕົນທີ່ໄດ້ຮັບມອບໝາຍ.
ແຫຼ່ງຂ່າວໂດຍ ວັນນະລັກ ວົງພົມ
ວັນທີ 18/05/2026