ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງຮອງ
ຫົວໜ້າກົມພະລາທິການກອງທັບບົກ ກອງທັບປົດປ່ອຍປະຊາຊົນຈີນ


     ວັນທີ 14 ກັນຍາ 2026 ນີ້, ຢູ່ກະຊວງປ້ອງກັນປະເທດ, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງ
ກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງສະຫາຍ ພົນຕີ ຫຼູ ຊິນຫົວ ຮອງ
ຫົວໜ້າກົມພະລາທິການກອງທັບບົກ ກອງທັບປົດປ່ອຍປະຊາຊົນຈີນ ພ້ອມດ້ວຍຄະນະ ໃນໂອກາດທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

     ໂອກາດດັ່ງກ່າວ, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາເຮັດວຽກ ຂອງສະຫາຍ
ພົນຕີ ຫຼູ ຊິນຫົວ ພ້ອມຄະນະ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ
ລະຫວ່າງ ສປປ ລາວ ແລະ ສປ ຈີນ ກໍຄືກອງທັບ ຂອງສອງປະເທດ. ພ້ອມນີ້, ຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ກອງທັບປົດປ່ອຍປະຊາຊົນຈີນ
ທີ່ໄດ້ໃຫ້ການຮ່ວມມື, ຊ່ວຍເຫຼືອ ແລະ ແລກປ່ຽນບົດຮຽນກັບກອງທັບປະຊາຊົນລາວ ຢ່າງຕໍ່ເນື່ອງໃນໄລຍະຜ່ານມາ, ທັງດ້ານອຸປະກອນ, ເຕັກນິກ ແລະ
ການກໍ່ສ້າງບຸກຄະລາກອນ. ພ້ອມທັງສະແດງຄວາມຫວັງວ່າ ທັງສອງຝ່າຍຈະສືບຕໍ່ເສີມຂະຫຍາຍການຮ່ວມມືຢ່າງແໜ້ນແຟ້ນ ໂດຍສະເພາະ ການເຝິກຊ້ອມ
ຮ່ວມດ້ານການແພດ ພາຍໃຕ້ລະຫັດ “ຂະບວນລົດໄຟສັນຕິພາບ-2026” ເຊິ່ງໄດ້ປະສົບຜົນສຳເລັດຢ່າງງົດງາມ ແລະ ບັນລຸໝາກຜົນຢ່າງເປັນຮູບປະທຳ.

     ສະຫາຍ ພົນຕີ ຫຼູ ຊິນຫົວ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິດຕະພາບ ຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ
ພ້ອມຄະນະ, ພ້ອມທັງຢືນຢັນວ່າ ກອງທັບປົດປ່ອຍປະຊາຊົນຈີນ ຈະສືບຕໍ່ໃຫ້ການສະໜັບສະໜູນ, ຮ່ວມມື ແລະ ແລກປ່ຽນບົດຮຽນກັບກອງທັບປະຊາ
ຊົນລາວ ໃນທຸກດ້ານ ເພື່ອຮ່ວມກັນຮັກສາຄວາມສະຫງົບ, ຄວາມຮຸ່ງເຮືອງ ແລະ ສັນຕິພາບ.

ແຫຼ່ງຂ່າວໂດຍ ໂກແລ້ມ ອະໄພຍະວົງ
ວັນທີ 15/09/2026