ທາບທາມບຸກຄະລາກອນ ຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ
ກົມໃຫຍ່ເສນາທິການກອງທັບ ສະໄໝທີ VII ຮອບທີ 3
ວັນທີ 12 ມີນາ 2025 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະ
ນະບໍລິຫານງານພັກ ກົມໃຫຍ່ເສນາທິການກອງທັບ ສະໄໝທີ VII ຮອບທີ 3, ໂດຍການເປັນປະທານຮ່ວມ ຂອງ ສະຫາຍ ພົນໂທ ປອ ທອງ
ລອຍ ສີລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະ
ຊວງປ້ອງກັນປະເທດ, ເລຂາຄະນະພັກອົງການກົມໃຫຍ່, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກອົງການກົມໃຫຍ່, ຄະນະພັກ
ກົມ, ຫ້ອງການ ແລະ ຄະນະພັກ-ຄະນະບັນຊາ ຕະຫຼອດຮອດສະມາຊິກພັກພາຍໃນກົມ ເຂົ້າຮ່ວມ.
ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ຜ່ານບົດລາຍການເມືອງທັງສອງພາກ ຂອງຄະນະບໍລິຫານງານພັກ ກົມໃຫຍ່ເສນາທິການກອງທັບ
ສະໄໝທີ VI ເຊິ່ງໄລະຍະຜ່ານມາ, ໄດ້ຕີລາຄາໝາກຜົນແຫ່ງການຊີ້ນໍາ-ນໍາພາ ຂອງອົງຄະນະພັກ ກົມໃຫຍ່ເສນາທິການ 5 ປີຜ່ານມາ, ຄະນະ
ພັກພວກເຮົາໄດ້ສຸມໃສ່ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍ່ຄືມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກ
ກະຊວງປ້ອງກັນປະເທດ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກົມໃຫຍ່ເສນາທິ
ການ ໄດ້ຮັບຜົນສໍາເລັດຫຼາຍດ້ານ, ໂດຍເອົາໃຈໃສ່ເປັນພິເສດການກໍ່ສ້າງພັກທາງດ້ານການເມືອງ-ແນວຄິດ: ຖັນແຖວ ສະມາຊິກພັກໃຫ້ໄດ້ຮັບ
ການຄົ້ນຄວ້າ, ຮໍ່າຮຽນທິດສະດີມາກ-ເລນິນ, ແນວທາງນະໂຍບາຍຂອງພັກແຕ່ລະໄລຍະ, ກົດລະບຽບຂອງພັກ; ຢັ້ງຢືນໄດ້ວ່າຖັນແຖວສະມາຊິກ
ພັກ ທົ່ວກົມໃຫຍ່ເສນາທິການ ມີຄວາມໜັກແໜ້ນຕໍ່ອຸດົມການສັງຄົມນິຍົມ ມີຄວາມສັດຊື່ບໍລິສຸດ ເປັນແບບຢ່າງນໍາໜ້າ, ອົດທົນຜ່ານຜ່າຄວາມ
ຫຍຸ້ງຍາກ, ມີນໍ້າໃຈເສຍສະຫຼະ ເພື່ອຜົນປະໂຫຍດລວມຂອງຊາດ, ໄດ້ຢຶດໝັ້ນການກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາຂອງພັກ ເອົາໃຈໃສ່ປັບ
ປຸງ, ບູລະນະການຈັດຕັ້ງພັກ, ການຈັດຕັ້ງບັນຊາເປັນລະບົບ ແລະ ມີຄວາມເຂັ້ມແຂງ, ປະຈຸບັນ ມີ 22 ຄະນະພັກຮາກຖານ, 31 ໜ່ວຍພັກ, 140
ໜ່ວຍພັກ ຂຶ້ນກັບຄະນະພັກຮາກຖານ ທຽບໃສ່ ປີ 2019 ເພີ່ມຂຶ້ນ 5 ໜ່ວຍພັກ, ດ້ານຄຸນນະພາບ: ເອົາໃຈໃສ່ສ້າງກອງຮາກຖານພັກເຂັ້ມແຂງຮູ້
ນໍາພາຮອບດ້ານ ທົ່ວຄະນະພັກກົມໃຫຍ່ ໄດ້ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ: ປະເພດແຂງ 550 ໜ່ວຍພັກ, ປະເພດກາງ
102 ໜ່ວຍ.
ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ໄດ້ເນັ້ນໃຫ້ ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ຈົ່ງໃຊ້ສິດຂອງຕົນໃນການປ່ອນບັດ ແລະ ມີການ
ໄຈ້ແຍກເບິ່ງທັດສະນະຄວາມຮູ້, ຄວາມສາມາດນໍາພາ-ບັນຊາກົມກອງ, ມີຄຸນສົມບັດສິນທຳປະຕິວັດ, ມີແບບແຜນວິທີເຮັດວຽກທີ່ດີ, ເຮັດວຽກ
ເປັນໝູ່ຄະນະ ບຸກຄົນຮັບຜິດຊອບ ບົນພື້ນຖານປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດສຳເລັດໜ້າທີ່ການເມືອງ ຂອງຕົນທີ່ການຈັດຕັ້ງ
ຂັ້ນເທິງ ມອບໝາຍໃຫ້ ເພື່ອແນໃສ່ເຮັດໃຫ້ ການຄັດເລືອກຄະນະພັກຊຸດນີ້ ດຳເນີນໄປຢ່າງຖືກຕ້ອງຕາມກົດລະບຽບພັກ ກໍຄືທິດທາງແຜນການ
ເຄື່ອນໄຫວກະກຽມກອງປະຊຸມໃຫຍ່ ຄັ້ງທີ VII ທີ່ຈະຈັດຂຶ້ນໃນມໍ່ໆນີ້ໃຫ້ໄດ້ຮັບໝາກຜົນສູງ. ໂອກາດນີ້, ຜູ້ແທນກອງປະຊຸມໄດ້ໃຊ້ສິດຂອງຕົນ
ປ່ອນບັດທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກົມໃຫຍ່ເສນາທິການກອງທັບສະໄໝທີ VII ຮອບທີ 3
ໄດ້ສໍາເລັດຕາມແຜນການ.
ແຫຼ່ງຂ່າວໂດຍ ພຸດທະວອນ
ວັນທີ 14/03/2025