ກອງປະຊຸມເຜີຍແຜ່ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ
ຄັ້ງທີ VI ຂອງອົງຄະນະພັກ ກົມໃຫຍ່ການເມືອງກອງທັບ ຊຸດທີ I
ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນປະທານ
ກອງປະຊຸມ ເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະ ກົມໃຫຍ່ການເມືອງກອງທັບ ຊຸດ
ທີ I, ໄດ້ຈັດຂຶ້ນໃນວັນທີ 12 ມີນາ 2025 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງ
ກັນປະເທດ,ເລຂາຄະນະພັກ,ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະພັກກົມໃຫຍ່, ຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ພະ
ນັກງານຫຼັກແຫຼ່ງຂັ້ນຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານນາຍທະຫານ ອ້ອມຂ້າງກົມໃຫຍ່ການເມືອງກອງທັບ ເຂົ້າຮ່ວມ.
ສະຫາຍ ພັນເອກ ອໍາພອນ ສຸກວິໄຊ ຄະນະພັກກົມໃຫຍ່, ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນລາຍງານຜົນສໍາ
ເລັດກອງປະຊຸມໃຫຍ່, ເຜີຍແຜ່ມະຕິ ແລະ ບົດລາຍງານການເມືອງ ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກົມ
ໃຫຍ່ການເມືອງກອງທັບ ກອງປະຊຸມໄດ້ດໍາເນີນພາຍໃຕ້ບັນຍາກາດແຫ່ງຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ຄວາມຮັບຜິດຊອບການ
ເມືອງສູງ, ຄຽງຄູ່ກັບການຕິດຕາມຢ່າງໃກ້ຊິດຂອງບັນດາພະນັກງານ-ສະມາຊິກພັກ-ນັກຮົບໃນທົ່ວກົມໃຫຍ່ການເມືອງກອງທັບ, ກອງປະຊຸມ
ໃຫຍ່ ໄດ້ພ້ອມກັນຄົ້ນຄວ້າຕົກລົງຫຼາຍບັນຫາສໍາຄັນ ແລະ ສິ້ນສຸດລົງດ້ວຍຜົນສໍາເລັດອັນຈົບງາມ ກອງປະຊຸມໄດ້ຮັບຮອງເອົາບົດສຳຫຼວດການ
ນໍາພາລວມຂອງຄະນະບໍລິຫານງານພັກ ໂດຍໄດ້ຕີລາຄາສູງຕໍ່ຄວາມເອົາໃຈໃສ່ໃນການຊີ້ນໍາ-ນໍາພາ ກົມໃຫຍ່ການເມືອງກອງທັບ ໃຫ້ມີຄວາມ
ເຕີບໃຫຍ່ເຂັ້ມແຂງ, ສາມາດເຮັດຫຼ້ອນໜ້າທີ່ ທີ່ພັກ-ລັດ ກໍຄືກະຊວງປ້ອງກັນປະເທດ ແລະ ປະຊາຊົນມອບໝາຍໃຫ້, ພ້ອມນັ້ນ ໄດ້ພ້ອມກັນ
ໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກຈຳນວນ 15 ສະຫາຍ, ໄດ້ເລືອກຕັ້ງເອົາຜູ້ແທນສົມບູນ 15 ສະຫາຍ, ສໍາຮອງ
3 ສະຫາຍ ໄປຮ່ວມກອງປະຊຸມໃຫ່ຍຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນປະເທດ ແລະ ກອງປະຊຸມຄົບຄະນະບໍລິ
ຫານງານພັກກົມໃຫຍ່ການເມືອງກອງທັບ ສະໄໝທີ VI, ກອງປະຊຸມຄັ້ງປະຖົມມະລຶກໄດ້ເອກະສັນເລືອກຕັ້ງເອົາຄະນະປະຈຳພັກ 5 ສະຫາຍ
ເພື່ອເປັນແກ່ນສານຊີ້ນໍາ-ນໍາພາກົມໃຫຍ່ການເມືອງກອງທັບ ໃຫ້ມີຜົນສໍາເລັດໃໝ່, ສ້າງບາດກ້າວບຸກທະລຸໃນການປັບປຸງກໍ່ສ້າງກໍາລັງໃຫ້ເຕີບ
ໃຫຍ່ເຂັ້ມແຂງ ແລະ ປະກອບສ່ວນພັດທະນາກອງທັບ ໃຫ້ກາຍເປັນກອງທັບປະຕິວັດມີແບບແຜນທັນສະໄໝ. ກອງປະຊຸມຮຽກຮ້ອງມາຍັງຄະ
ນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍໃນທົ່ວອົງຄະນະພັກ ກົມໃຫຍ່ການເມືອງກອງທັບ ຈົ່ງເຊີດຊູຄວາມເປັນແບບຢ່າງນໍາໜ້າໃນທຸກດ້ານ,
ນໍາພາມະຫາຊົນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ປະກົດຜົນເປັນຈິງ, ພະນັກງານ-ສະມາຊິກພັກ-ນັກຮົບ ຕ້ອງເຊີດຊູນໍ້າໃຈຮັກຊາດ, ຈິດ
ໃຈເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນ ແລະ ສາມັກ
ຄີກັບປະຊາຊົນບັນດາເຜົ່າເປັນປຶກແຜນແໜ້ນໜາຢູ່ອ້ອມຂ້າງພັກ, ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບ ກໍຄືຂອງກົມໃຫຍ່ການ
ເມືອງກອງທັບຢ່າງຕັ້ງໜ້າ ແລະ ພ້ອມກັນນໍາເອົາເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກົມ
ໃຫຍ່ການເມືອງກອງທັບ ນໍາໄປຈັດຕັ້ງເຜີຍແຜ່ກົມກອງຂອງຕົນໃຫ້ເກີດດອກອອກຜົນ.
ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ມີຄໍາເຫັນໂອ້ລົມຫຼາຍບັນຫາທີ່ຈະຕ້ອງເອົາໃຈໃສ່ໃນຕໍ່ໜ້າ ໂດຍສະຫາຍ ໄດ້ຍ້ອງຍໍຊົມເຊີຍ ແລະ
ຕີລາຄາສູງຕໍ່ຜົນສໍາເລັດໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ກໍຄືການຊີ້ນໍາ-ນໍາພາ ຂອງຄະນະພັກ
ກົມໃຫຍ່ການເມືອງກອງທັບ ໃນການປັບປຸງກໍ່ສ້າງກົມກອງ ໃຫ້ນັບມື້ມີຄວາມເຕີບໃຫຍ່ເຂັ້ມແຂງ ພ້ອມທັງໄດ້ເນັ້ນໜັກໜ້າທີ່ສໍາຄັນໃນໄລຍະໃໝ່
ເປັນຕົ້ນແມ່ນສືບຕໍ່ຕັ້ງໜ້າສຶກສາອົບຮົມການເມືອງນໍາພາ-ແນວຄິດໃຫ້ພະນັກງານ, ສະມາຊິກພັກ ທົ່ວອົງຄະນະພັກກົມໃຫຍ່ການເມືອງກອງທັບ
ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມເຊື່ອໝັ້ນຕໍ່ອຸດົມການ, ມີຄວາມເປັນເອກະພາບສູງຕໍ່ແນວທາງແຜນນະໂຍບາຍຂອງພັກ-ລັດ, ຕັ້ງ
ໜ້າປັບປຸງແບບແຜນວິທີເຮັດວຽກໃຫ້ດີ, ສ້າງໃຫ້ກົມກອງມີຄວາມສະຫງົບ ປອດໃສ ເຂັ້ມແຂງ ໜັກແໜ້ນ.
ແຫຼ່ງຂ່າວໂດຍ ຂກທ
ວັນທີ 13/03/2025