
ກອງປະຊຸມ ຄະນະກໍາມະການປ້ອງກັນຄວາມປອດໄພ
ການບິນພົນລະເຮືອນແຫ່ງຊາດ

ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ,
ລັດຖະມົນຕີ ກະຊວງປ້ອງກັນປະເທດ ເປັນປະທານ ໃນວັນທີ 10 ພະຈິກ 2026
ວັນທີ 10 ພະຈິກ 2026 ນີ້, ທີ່ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມຄະນະກໍາມະການປ້ອງກັນຄວາມປອດໄພ ການບິນພົນລະເຮືອນແຫ່ງຊາດ ຄັ້ງທີ 3,
ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງ
ກັນປະເທດ, ປະທານຄະນະກໍາມະການປ້ອງກັນຄວາມປອດໄພ ການບິນພົນລະເຮືອນແຫ່ງຊາດ, ມີຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍ
ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ໄດ້ກ່າວວ່າ: ວຽກງານປ້ອງກັນຄວາມປອດໄພ ການບິນພົນລະເຮືອນ ກໍແມ່ນໜຶ່ງໃນວຽກງານຍຸດທະສາດ ທີ່ມີຄວາມສໍາ
ຄັນລະດັບຊາດ ເພາະເປັນວຽກງານທີ່ຕິດພັນໂດຍກົງກັບຄວາມໝັ້ນຄົງ, ຄວາມສະຫງົບ, ຄວາມປອດໄພ ຂອງປະເທດຊາດ, ປັດຈຸບັນ ບັນດາໄພຂົ່ມຂູ່ ທາງດ້ານຄວາມ
ປອດໄພການບິນ ມີຫຼາຍຮູບແບບ ແລະ ມີຄວາມທ້າທາຍສູງຂຶ້ນເລື້ອຍໆ; ເຫດການຮ້າຍແຮງ ທີ່ໄດ້ສ້າງຄວາມເສຍຫາຍ ແລະ ຢ້ານກົວ ໃນຊ່ວງໄລຍະຜ່ານມາ ແມ່ນ
ການນໍາເອົາເຮືອບິນ ເພື່ອເປັນອາວຸດທໍາລາຍ ໂຈມຕີພົນລະເຮືອນ ເຊິ່ງໄດ້ສ້າງຄວາມສູນເສຍທັງຊີວິດ ແລະ ຊັບສິນຢ່າງຮ້າຍແຮງ ແລະ ໜັກໜ່ວງ ດ້ວຍເຫດນັ້ນ, ໄດ້
ເຮັດໃຫ້ນັກເດີນທາງເກີດຄວາມຢ້ານກົວ ແລະ ບໍ່ໝັ້ນໃຈ ໃນການເດີນທາງດ້ວຍເຮືອບິນ ຕໍ່ກັບບັນຫາດັ່ງກ່າວ, ທຸກປະເທດໃນໂລກ ທີ່ເປັນສະມາຊິກ ຂອງອົງການ
ການບິນພົນລະເຮືອສາກົນ ລວມທັງ ສປປ ລາວ ແມ່ນໄດ້ມີການປັບປຸງ, ຍົກລະດັບ ແລະ ວາງມາດຕະການ, ລະບົບປ້ອງກັນຄວາມປອດໄພ ການບິນພົນລະເຮືອນ
ໃຫ້ມີມາດຕະຖານຄວາມປອດໄພ ແລະ ປ້ອງກັນຄວາມປອດໄພ ໂດຍອີງຕາມມາດຕະຖານສາກົນ, ທຸກປະເທດ ໄດ້ມີການຮ່ວມມື ແລະ ແລກປ່ຽນຂໍ້ມູນຂ່າວສານ
ເພື່ອເພີ່ມທະວີການສະກັດກັ້ນ ແລະ ຕອບໂຕ້ຕໍ່ຜູ້ກໍ່ການຮ້າຍ ທີ່ຍາມໃດກໍມີເປົ້າໝາຍ ມ້າງເພທຳລາຍ ແລະ ສ້າງຄວາມເສຍຫາຍຕໍ່ການບິນພົນລະເຮືອນ.
ຈາກນັ້ນ, ພາກສ່ວນທີ່ກ່ຽວຂ້ອງ ໄດ້ພ້ອມກັນປະກອບຄໍາເຫັນຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ແລະ ທີ່ມີລັກສະນະສ້າງສັ້ນ.
ແຫຼ່ງຂ່າວໂດຍ ຂກທ
ວັນທີ 11/11/2026