ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງ ເຂົ້າຄະນະບໍລິຫານງານພັກ
ກົມໃຫຍ່ການເມືອງກອງທັບ ສະໄໝທີ VI ຮອບທີ 3
ໃນວັນທີ 5 ກຸມພາ 2025 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດຕັ້ງທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິ
ຫານງານພັກ ສະໄໝທີ VI ຮອບທີ 3 ໂດຍການເປັນປະທານຂອງ ສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງ
ລັດຖະມົນຕີກະຊວງປ້ອງກັນປະເທດ, ມີ ສະຫາຍ ພົນຕີ ວົງສອນ ອິນປານພິມ ກໍາມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ, ຮອງ
ລັດຖະມົນຕີກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍກໍາມະການຄະນະປະຈໍາພັກ
ກະຊວງປ້ອງກັນປະເທດ, ຄະນະພັກກົມໃຫຍ່ການເມືອງກອງທັບ, ຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ຄະນະພັກຮາກຖານ, ຄະນະ
ໜ່ວຍພັກ, ຜູ້ແທນສົມບູນ-ສຳຮອງ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ຜ່ານບົດລາຍງານການເມືອງທັງສອງພາກຂອງຄະນະບໍລິຫານງານພັກກົມໃຫຍ່ການເມືອງກອງ
ທັບ ສະໄໝທີ V ເຊິ່ງໃນໄລຍະຜ່ານມາ, ໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນກົກ ແລະ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ, ເອົາໃຈ
ໃສ່ນໍາພາ-ຊີ້ນໍາ ສຶກສາອົບຮົມໃຫ້ພະນັກງານ ສະມາຊິກພັກ-ນັກຮົບ ເຊື່ອມຊຶມ, ກໍາແໜ້ນ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງ
ທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ IX, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນ
ປະເທດ, ຍົກສູງອົບຮົມວຽກງານດ້ານຕ່າງໆ ທີ່ປິ່ນອ້ອມໜ້າທີ່ການເມືອງຂອງກົມກອງ ພ້ອມທັງຈັດຕັ້ງເຜີຍແຜ່ສະພາບການຕ່າງໆເຮັດໃຫ້ພະນັກ
ງານ-ນັກຮົບ ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກ, ກໍາແໜ້ນທາດແທ້, ມູນເຊື້ອຂອງຊາດ, ຂອງພັກ ແລະ
ຂອງກອງທັບ. ອັນພົ້ນເດັ່ນແມ່ນຂະບວນການດໍາເນີນຊີວິດການເມືອງປົວແປງພັກ-ພະນັກງານ ແລະ ຂະບວນການອົບຮົມ-ຫັດແອບ ຮັບໃຊ້ການ
ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ, ວຽກງານພະນັກງານ ໄດ້ສຸມໃສ່ກໍ່ສ້າງພະນັກງານ 3 ຮຸ່ນບົນພື້ນຖານຕ້ອງມີຮຸ່ນກາງ, ໜຸ່ມ
ແລະ ອາວຸໂສ ເພື່ອໃຫ້ສອດຄອງກັບໜ້າທີ່ການເມືອງ, ຖັນແຖວພະນັກງານຢູ່ໃນກອງທັບໄດ້ຮັບການບຳລຸງ-ກໍ່ສ້າງ ແລະ ຍົກສູງລະດັບການຮຽນ
ທີ່ມີຄຸນນະພາບທັງພາຍໃນ ແລະ ຕ່າງປະເທດ, ການຄຸ້ມຄອງ, ສັບຊ້ອນ-ມອບໝາຍໜ້າທີ່ຂອງພະນັກງານຂັ້ນນໍາພາ-ບັນຊາແມ່ນແທດເໝາະ ກັບ
ຄວາມຮູ້-ຄວາມສາມາດ ແລະ ວິຊາສະເພາະ. ຂົງເຂດວຽກງານນະໂຍບາຍໄດ້ປະຕິບັດຕໍ່ຜູ້ທີ່ມີຜົນງານດີເດັ່ນໂດຍການສະເໜີເລື່ອນຊັ້ນ, ເລື່ອນ
ທຽບຊັ້ນໃຫ້ນາຍທະຫານທົ່ວກອງທັບ ຂັ້ນນາຍຮ້ອຍເຖິງຂັ້ນນາຍພົນ, ຍົກຂັ້ນເງິນເດືອນໃຫ້ພະນັກງານປະຈໍາການ, ປະຕິບັດນະໂຍບາຍຮັບອຸດ
ໜູນບໍານານເມື່ອຮອດອາຍຸກະສຽນ ແລະ ວຽກງານປິ່ນອ້ອມອື່ນໆກໍໄດ້ຮັບການຈັດຕັ້ງປະຕິບັດມີຜົນສໍາເລັດເປັນຢ່າງດີ.
ໂອກາດນີ້, ຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດເຫັນໃສ່ບົດລາຍງານການເມືອງທັງສອງພາກ ຢ່າງກົງໄປກົງມາ ແລະ ໄດ້ປ່ອນບັດ
ທາບທາມຜູ້ສະໝັກເລືອກຕັ້ງເຂົ້າຄະນະບໍລິຫານງານພັກ ກົມໃຫຍ່ການເມືອງກອງທັບ ສະໄໝທີ VI ຮອບທີ 3 ສໍາເລັດຕາມແຜນການ.
ແຫຼ່ງຂ່າວໂດຍ ຂກທ
ວັນທີ 06/02/2025