ລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບ
ເອກອັກຄະລັດຖະທູດ ຟິລິບປິນ ເຂົ້າຢ້ຽມຂໍ່ານັບອໍາລາ
ວັນທີ 5 ມີນາ 2025 ນີ້, ຢູ່ທີ່ ກະຊວງປ້ອງກັນປະເທດ, ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ
ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທ່ານ ນາງ ດີນາ ຈອຍ ອາມາຕົງ ເອກອັກຄະລັດຖະທູດ ແຫ່ງ ສ ຟີລິບປິນ ປະຈຳ ສປປ
ລາວ ເນື່ອງໃນໂອກາດທີ່ສໍາເລັດໜ້າທີ່ການທູດ ຢູ່ ສປປ ລາວ.
ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານ ຂອງ
ທ່ານ ນາງ ດີນາ ຈອຍ ອາມາຕົງ ຢູ່ ສປປ ລາວ ຕະຫຼອດໄລຍະຜ່ານມາ, ເຊິ່ງເປັນການປະກອບສ່ວນສໍາຄັນໃນການເສີມຂະຫຍາຍສາຍພົວພັນ
ແລະ ການຮ່ວມມື ຂອງສອງປະເທດ ກໍຄືສອງກອງທັບ ລາວ-ຟິລິບປິນ, ເປັນການປະກອບສ່ວນຮັດແໜ້ນສາຍພົວພັນທີ່ດີ ທີ່ມີມູນເຊື້ອມາແຕ່
ດົນນານແລ້ວນັ້ນ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ.
ໂອກາດດັ່ງກ່າວ, ທ່ານ ນາງ ດີນາ ຈອຍ ອາມາຕົງ ໄດ້ສະແດງຄວາມຂອບໃຈ ຕໍ່ ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ທີ່ໃຫ້ການຕ້ອນຮັບ
ຢ່າງອົບອຸ່ນ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ຮັດແໜ້ນສາຍພົວພັນການຮ່ວມມື ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນດ້ານຕ່າງໆ ລະຫວ່າງສອງ
ປະເທດ, ສອງກອງທັບ ລາວ-ຟີລິບປິນ ໃຫ້ມີບາດກ້າວຂະຫຍາຍຕົວຂຶ້ນເລື້ອຍໆ.
ແຫຼ່ງຂ່າວໂດຍ ອະວິໄຊ ເຄນາພູມ
ວັນທີ 05/03/2025