ປີດຈຸດສຸມ ຊຽງແຂງ ເມືອງສິງ ແຂວງ ຫຼວງນ້ຳທາ
ພິທີເປີດຈຸດສຸມ ຊຽງແຂງ ເມືອງສິງ ແຂວງ ຫຼວງນໍ້າທາ ໄດ້ຈັດຂຶ້ນໃນວັນທີ 1 ມີນາ 2025 ນີ້, ໂດຍການເປັນປະທານຮ່ວມຂອງ ສະຫາຍ
ພົນໂທ ສຈ ປອ ທອງລອຍ ສີລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດ
ທະນາຊົນນາບົດຮອບດ້ານ ກະຊວງປ້ອງກັນປະເທດ, ສະຫາຍ ວຽງສະຫວັດ ສີພັນດອນ ເຈົ້າແຂວງ ແຂວງຫຼວງນຳທາ, ປະທານຄະນະກຳມະການ
ປກຊ-ປກສ ແຂວງ, ມີຄະນະກົມກໍ່ສ້າງຮາກຖານ, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ, ເມືອງ ແລະ ພະນັກງານທີ່ກ່ຽວຂ້ອງ
ເຂົ້າຮ່ວມ.
ສະຫາຍ ພົນໂທ ທອງລອຍ ສີລິວົງ ໄດ້ມີຄຳເຫັນໂອລົມ ແລະ ຊີ້ນຳຫຼາຍບັນຫາສຳຄັນ ໂດຍເນັ້ນໜັກໃຫ້ຄະນະຮັບຜິດວຽກງານກໍ່ສ້າງຮາກ
ຖານການເມືອງ ຕ້ອງເອົາໃຈໃສ່ຈັດຕັ້ງປະຕິບັດບັນດາໜ້າວຽກໃຫ້ມີແບບແຜນ ແລະ ໄດ້ຮັບປະສິດທິຜົນ ເປັນຕົ້ນແມ່ນການສຶກສາອົບຮົມການ
ເມືອງ-ແນວຄິດ, ວຽກງານປຸກລະດົມຄວາມເຂົ້າໃຈຂອງປະຊາຊົນ ຫັນເຂົ້າສູ່ຍຸດທະສາດໃໝ່ ທີມີຫຼັກການຂອງພັກ-ລະບຽບກົດໝາຍຂອງລັດ,
ປູກຈິດ ສຳນຶກໃຫ້ປະຊາຊົນມີຄວາມຕື່ນຕົວສ້າງເສດຖະກິດຄອບຄົວໃຫ້ດີຂຶ້ນເທື່ອລະກ້າວ, ເອົາໃຈໃສ່ສ້າງລະບົບຕາໜ່າງ ການຈັດຕັ້ງພາຍໃນໃຫ້
ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ, ພ້ອມທັງຮຽກຮ້ອງໃຫ້ ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ແຂວງ, ເມືອງ ເອົາໃຈໃສ່ຫັນ
ລົງກໍ່ສ້າງຮາກຖານຕາມ 4 ເນື້ອໃນ 4 ຄາດໝາຍ, ສືບຕໍ່ສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ, ໃຫ້ຍົກສູງສິດໜ້າທີ່ພາລະບົດບາດ,
ສ້າງພະນັກງານຫຼັກແຫຼ່ງແກ່ນສານ, ປະສານສົມທັບກັບອົງການປົກຄອງບ້ານ ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ເຮັດໃຫ້ສະພາບໃນຂອບເຂດ
ຕົນຮັບຜິດຊອບມີຄວາມສະຫງົບໂດຍພື້ນຖານ.
ໂອກາດນີ້ ໄດ້ມີພິທີເຊັນບົດບັນທຶກ ລະຫວ່າງ ຄະນະຮັບຜິດຊອບວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນາບົດຮອບດ້ານກະ
ຊວງປ້ອງກັນປະເທດ ກັບບໍລິສັດຄູ່ຮ່ວມພັດທະນາ ໂດຍການເປັນສັກຂີພິຍານຂອງ ສະຫາຍ ພົນໂທ ທອງລອຍ ສີລິວົງ ຮອງລັດຖະມົນຕີ ກະ
ຊວງປ້ອງກັນປະເທດ ແລະ ສະຫາຍ ວຽງສະຫວັດ ສີພັນດອນ ເຈົ້າແຂວງ ແຂວງຫຼວງນ້ຳທາ.
ແຫຼ່ງຂ່າວໂດຍ ໄກ່ນ໋ອດ
ວັນທີ 03/03/2025