ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

RX4E ເຮືອບິນໄຟຟ້າຮຸ່ນ​ທຳ​ອິດ​ຂອງ​ຈີນ


RX4E ເຮືອບິນໄຟຟ້າ

     ເຮືອບິນໄຟຟ້າ 4 ບ່ອນນັ່ງຂອງ ຈີນ RX4E ໄດ້ປະສົບຜົນສຳເລັດໃນການບິນຄັ້ງທຳອິດ ຢູ່ທີ່ສະໜາມບິນເສິນຢາງໃນ ວັນທີ  28 ຕຸລາ ທີ່ຜ່ານມາ, ເຊິ່ງເປັນຜະລິດ
ຕະພັນການບິນໃໝ່ໃນຕະຫຼາດການບິນສາກົນ, ເຊິ່ງໝາຍເຖິງການຂະຫຍາຍຕົວດ້ານອຸດສາຫະກຳການບິນ ແລະ ນະວັດຕະກຳເທັກໂນໂລຢີຂອງຈີນ.

     ພາຍໃຕ້ການຊີ້ນຳຂອງນັກວິຊາການຢາງເຟິງທຽນ, ສະຖາບັນຄົ້ນຄວ້າການບິນທົ່ວໄປ ລຽວນິງໄດ້ປະດິດສ້າງ ແລະ ພັດທະນາຜະລິດຕະພັນການບິນທົ່ວໄປດ້ວຍ ພະ
ລັງງານໃໝ່ຫຼາຍແບບ, ເຮືອບິນໄຟຟ້າ RX4E ມີ 4 ບ່ອນນັ່ງ ຈໍານວນ 4 ລໍາທໍາອິດ ມີປີກຍາວ 13,5 ແມັດ, ຄວາມຍາວ 8,4 ແມັດ, ນໍ້າໜັກ 1.200 ກິໂລກຣາມ, ກຳ
ລັງສູງສຸດ 140 ກິໂລວັດ, ຄວາມໄວໃນການບິນ 200 ກິ ໂລແມັດຕໍ່ຊົ່ວໂມງ, ໃຊ້ເວລາການ ບິນ 1,5 ຊົ່ວໂມງ, ໄລຍະຂອງການບິນ 300 ກິໂລແມັດ ແລະ ສາມາດຂຶ້ນ
ລົງໃນເດີ່ນຫຍ້າແຂງ, ຖະໜົນຫີນຊາຍ ພ້ອມທັງສາມາດນໍາໃຊ້ໃນສະໜາມບິນແຄມຝັ່ງ ທະເລໄດ້. ເຮືອບິນເປັນປະເພດເຮືອບິນປີກດ່ຽວ, ຫາງຕໍ່າ, ໃບພັດ ດ້ານໜ້າ, ຫ້ອງ
ໂດຍສານຈັດເປັນສອງແຖວບ່ອນນັ່ງ, ສາມປະຕູ ແລະ ວັດສະດຸທີ່ປະກອບເຂົ້າໃນໂຄງສ້າງແມ່ນປະກອບດ້ວຍເສັ້ນໃຍກາກບອນ ເຊິ່ງກວມເອົາ 77% ຂອງນໍ້າໜັກໂຄງ
ສ້າງທັງໝົດ.

     ສໍາລັບໝໍ້ເກັບພະລັງງານເຮືອບິນໄຟຟ້າ ແມ່ນມີຄວາມຕ້ອງການຄວາມໜາແໜ້ນຂອງພະລັງງານສູງ. ໃນປັດຈຸບັນ, ກຳລັງຕິດຕັ້ງທັງໝົດຂອງແບັດເຕີຣີພະລັງງານ
ຂອງລະບົບແມ່ນເກືອບ 70 ກິໂລວັດ.