ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທາງ​ມ້າ​ລາຍ​ອັດ​ສະ​ລິ​ຍະ​ເພີ່ມ​ຄວາມ​ປອດ​ໄພ​ໃຫ້​ທັງ​ຄົນ​ຍ່າງ​ຂ້າມ​ທາງ ​ແລະ ຄົນ​ຂັບ​ລົດ


     ບໍລິສັດ Euroasfalt ຈັບມືກັບບໍລິສັດ 2sympleks ເພື່ອພັດທະນາລະບົບ ‘SmartPass’ ຕິດຕັ້ງ ບ່ອນທາງມ້າລາຍຊ່ວຍເພີ່ມຄວາມປອດໄພໃຫ້ທັງຄົນຂ້າມທາງ
ແລະ ຄົນຂັບລົດ.

     Smartpass ຄືລະບົບທີ່ຍົກລະດັບທາງມ້າລາຍໃຫ້ສະຫຼາດຂຶ້ນເກີດຈາກການຮ່ວມມືຂອງສອງບໍລິສັດ ໂດຍ 2sympleks ຮັບໜ້າທີ່ອອກແບບ, ສ່ວນ Euroasfalt
ພັດທະນາລະບົບເຊິ່ງໂຄງການນີ້ຕັ້ງເປົ້າໝາຍເພີ່ມຄວາມປອດໄພ ໃຫ້ກັບຄົນຂ້າມທາງໃນໂປໂລຍທີ່ທຸກປີຈະມີຜູ້ໄດ້ຮັບບາດເຈັບຈາກການຂ້າມທາງປີລະ 4.000 ຄະດີ,
ມີຜູ້ເສຍຊີວິດຫຼາຍກວ່າ 260 ຄົນ ເພາະວ່າຫຼາຍຄົນມັກຈະເບິ່ງແຕ່ໂທລະສັບຮອດເວລາຂ້າມທາງຈົນບໍ່ສົນໃຈສິ່ງຮອບຂ້າງນັ້ນເອງ.

     ລະບົບນີ້ຈະປະກອບໄປດ້ວຍໂມດູນຕ່າງໆທີ່ສາມາດເລືອກເພີ່ມ ຫຼື ຫຼຸດລົງໄດ້ຕາມຄວາມຕ້ອງການຂອງການໃຊ້ງານຂອງພື້ນທີ່ນັ້ນໆ ປະກອບໄປດ້ວຍລະບົບອິນຟຣາ
ເຣດ ໃນການກວດຈັບຄົນຂ້າມທາງເມື່ອກວດພົບວ່າຄົນກຳລັງຈະຂ້າມທາງກໍສົ່ງສັນຍານໄປຍັງໄຟທີ່ຢູ່ພື້ນຫົນທາງໃຫ້ ແຈ້ງຂຶ້ນໂດຍອັດຕະໂນມັດລວມທັງປ້າຍເຕືອນທີ່
ຢູ່ເທິງຫົວກໍຈະມີໄຟແຈ້ງສະຫວ່າງຂຶ້ນເພື່ອແຈ້ງເຕືອນໃຫ້ຄົນຂັບລົດຮູ້.

     ນອກຈາກນັ້ນຍັງໃຊ້ລະບົບເຣດາ ໃນການຊ່ວຍວັດແທກຄວາມໄວຂອງລົດທີ່ກໍາລັງແລ່ນເຂົ້າມາສັນຍານສຽງຊ່ວຍເຕືອນ ແລະ ກ້ອງວົງຈອນປິດສໍາລັບເບິ່ງຄົນຂ້າມ
ທາງແບບຕົວຈິງ.

     ປັດຈຸບັນນີ້ Smartpass ໄດ້ຖືກນໍາໄປຕິດຕັ້ງໄວ້ 150 ຈຸດໃນປະເທດ ໂປໂລຍ ແລ້ວ. ຜົນຈາກການຕິດຕັ້ງພົບວ່າຊ່ວຍເພີ່ມຄວາມປອດໄພໃຫ້ກັບຄົນຂ້າມທາງໄດ້
ເຖິງ 25%, ນອກຈາກນີ້ລະບົບນີ້ຍັງສາມາດນໍາໄປຕິດຕັ້ງເພື່ອໃຊ້ງານໄດ້ທົ່ວໂລກອີກດ້ວຍ.