ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປາກິດສະຖານ ມອບ-ຮັບເຮືອບິນສູ້ຮົບແບບຂັບໄລ່ຈໍານວນ 14 ລໍາ


ເຮືອບິນສູ້ຮົບແບບຂັບໄລ່ JF-18B

     ອີງຕາມຂໍ້ມູນຈາກເວັບໄຊຕ່າງປະເທດເປີດເຜີຍ ເມື່ອບໍ່ດົນມານີ້ວ່າ: ກອງທັບອາກາດປາກິດສະຖານໄດ້ຮັບ-ມອບເຮືອບິນສູ້ຮົບແບບຂັບໄລ່ທີ່ສາ
ມາດປະຕິບັດ ໄດ້ຫຼາຍພາລະກິດແບບ 2 ບ່ອນນັ່ງ JF-18B ຊຸດທໍາອິດຈໍານວນ 14 ລໍາ.

     ເຮືອບິນລຸ້ນນີ້ເປັນເຮືອບິນສູ້ຮົບເບົາທີ່ສາມາດປະຕິບັດພາລະກິດ ໄດ້ຫຼາຍຮູບແບບທີ່ຜະລິດໂດຍບໍລິສັດຂອງປາກິດສະຖານເຄືອຂ່າຍໃນກຸ່ມບໍລິ
ສັດຜະລິດ ເຮືອບິນຂອງສາທາລະນະລັດປະ ຊາຊົນຈີນ.

     ເຮືອບິນໄດ້ສ້າງຂຶ້ນຈາກວັດສະດຸເບົາ, ແຕ່ແຂງແຮງ ແລະ ເຫຼັກກ້າໃນບາງສ່ວນທີ່ສໍາຄັນ. ຍົນລຸ້ນນີ້ອອກແບບມາໃຫ້ມີອາຍຸການໃຊ້ງານ 25 ປີ.

     ນອກນັ້ນຍັງສາມາດຕິດຕັ້ງລູກສອນໄຟປ່ອຍນໍາວິຖີອາກາດສູ່ອາກາດ, ອາກາດສູ່ພື້ນ, ຈະຫຼວດອາກາດສູ່ພື້ນລູກລະເບີດທໍາມະດາ ແລະ ລະເບີດ
ນໍາວິຖີທີ່ສໍາຄັນມັນສາມາດບັນທຸກອາວຸດໜັກໄດ້ປະມານ 4,5 ໂຕນ. ນອກນີ້ມັນຍັງສາມາດຕິດຕັ້ງປືນຕໍ່ຕ້ານທາງອາກາດຂະໜາດ 23 ມມ ທີ່ບັນຈຸ
ລູກກະສຸນໄດ້ຈໍານວນຫຼາຍອີກດ້ວຍ.