ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອີຣານ, ຈີນ ແລະ ຣັດເຊຍ ສ້ອມ​ຮົບ​ຮ່ວມ​ກັນ


     ຕາມຂ່າວຈາກ ເວັບໄຊໜັງສືພິມກອງທັບປະຊາຊົນ ຫວຽດນາມ ໃຫ້ຮູ້ວ່າ: ລັດຖະບານອີຣານ ໄດ້ຖະແຫຼງການວ່າ: ກໍາລັງປະກອບອາວຸດຂອງປະເທດຕົນ ຈະດໍາເນີນ
ການຊ້ອມຮົບທາງທະເລ ຮ່ວມກັນກັບ ຣັດເຊຍ ແລະ ຈີນ ໃນພາກພື້ນມະຫາສະມຸດອິນເດຍເໜືອ ນັບແຕ່ວັນທີ່ 28 ທັນວາ ນີ້ເປັນຕົ້ນໄປ.

     ທ່ານນາຍພົນ ອາໂບລຟາດ ເຊັກ ຄາຊີ ຂອງ ອີຣານ ໃຫ້ຮູ້ວ່າ: ການຊ້ອມຮົບຮ່ວມໃນຄັ້ງນີ້ແມ່ນ ເພື່ອແນໃສ່ຊຸກຍູ້ຄວາມໝັ້ນຄົງໃນພາກພື້ນ ແລະ ຈະມີການຂະຫຍາຍ
ອອກສູ່ທະເລໂອມານ, ການເຄື່ອນໄຫວທາງການທະຫານໃນຄັ້ງນີ້, ຈຸດປະສົງເພື່ອຕອບໂຕ້ຄືນການຊ້ອມຮົບຮ່ວມຂອງ ສະຫະລັດອາເມຣິກາ ກັບ ອາຣາບີ ຊາອູດິດ, ເຊິ່ງຈີນ
ກໍໄດ້ເຂົ້າຮ່ວມເມື່ອບໍ່ດົນມານີ້.

     ການຊ້ອມຮົບໃນຄັ້ງນີ້ ແມ່ນການສ້ອມຮົບຮ່ວມທາງທະເລຄັ້ງທໍາອິດຂອງ ອີຣານ, ຈີນ ແລະ ຣັດ ເຊຍຈັດຂຶ້ນໃນຄະນະທີ່ ສະຫະລັດອາເມຣິກາ ໃຊ້ມາດຕາການຂວ້ຳ
ບາດທາງເສດຖະກິດຕໍ່ ອີຣານ, ໃນຊຸມປີມໍ່ໆມານີ້, ຜູ້ຕາງໜ້າທະຫານເຮືອຂອງ ຣັດເຊຍ ແລະ ຈີນ ກໍໄດ້ເພີ່ມທະວີການພົວພັນກັບ ອີຣານ.

     ເມື່ອປີ 2017 ອີຣານ ໄດ້ດໍາເນີນການຊ້ອມຮົບຢູ່ໃກ້ຊ່ອງແຄບ ຮໍມຸດ ແລະ ເດືອນພຶດສະພາ 2018 ທ່ານ ໂດນັລ ທຣໍາ ກ່າວ ວ່າ: ອາເມຣິກາ ຈະຖອນຕົວອອກຈາກ
ສັນຍານິວເຄລຍກັບ ອີຣານ ຫຼື ເອີ້ນອີກຢ່າງໜຶ່ງວ່າ ເປັນແຜນການປະຕິບັດຢ່າງຮອບດ້ານຂອງ (JCPOA) ເພື່ອວາງມາດຕະການລົງໂທດຕໍ່ ອີຣານ ຄືນໃໝ່.