ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດເຊຍ ກ່າວ​ເຕືອນ​ ສະຫະລັດ ກ່ຽວກັບການປະຕິບັດສັນຍາລູກສອນໄຟ


     ເມື່ອວັນທີ 27 ຕຸລາທີ່ຜ່ານມາ ທ່ານ ອານນາໂຕລີ ອານໂຕນນົບ ເອກອັກຄະລັດຖະທູດ ຣັດເຊຍ ປະຈຳ ສະຫະລັດ ໄດ້ກ່າວເຕືອນ ສະຫະລັດ ກ່ຽວກັບການຍົກເລີກ
ສົນທິສັນຍາລູກສອນໄຟໄລຍະກາງ, ຖ້າຫາກວ່າ ສະຫະລັດອາເມຣິກາ ນໍາໃຊ້ລູກສອນໄຟພາຍໃຕ້ສົນທິສັນຍາຄວບຄຸມອາວຸດໃນເອີຣົບທີ່ຖືກຫ້າມ, ຝ່າຍ ຣັດເຊຍ ຈະ
ຕອບໂຕ້ທັນທີ.

     ທ່ານ ອານໂຕນນົບ ໄດ້ກ່າວໃນລາຍການໂທລະພາບ ຣັດເຊຍ ໃນວັນທີ 27 ວ່າ: ຣັດເຊຍ ຈະສະເໜີຫົວຂໍ້ທີ່ກ່ຽວຂ້ອງກັບຄວາມໝັ້ນຄົງ, ກ່ອນອື່ນໝົດແມ່ນຄວາມ
ໝັ້ນຄົງຂອງບັນດາພັນທະມິດຂອງ ອາເມຣິກາ ແລະ ອາເມຣິກາເອງທີ່ກ່ຽວຂ້ອງເຖິງລູກສອນໄຟໄລຍະກາງ ແລະ ໄລຍະໃກ້ທີ່ໄດ້ປະກົດຕົວຢູ່ໃນບັນດາປະເທດເອີຣົບ. ທ່ານ
ກ່າວອີກວ່າ: ຣັດເຊຍ ແລະ ສະຫະລັດ ອາດຈະກັບຄືນສູ່ສະຖານະການຄ້າຍຄືກັນກັບກ່ອນການລົງນາມໃນ " ສົນທິສັນຍາກ່ຽວກັບລູກສອນໄຟ ",ນັ້ນອາດຈະເປັນຮູບແບບ
ໃໝ່ໃນພາກພື້ນ ແລະ ຍຸດທະສາດທີ່ກະຕຸ້ນໃຫ້ ຣັດເຊຍ ມີການກະທຳເພີ່ມເຕີມ.

     ໃນຊຸມປີມໍ່ໆມານີ້ ສະຫະລັດ ແລະ ຣັດເຊຍ ກ່າວຫາເຊິ່ງກັນ ແລະ ກັນວ່າເປັນການລະເມີດ " ສົນທິສັນຍາ " , ໃນປີນີ້ພວກເຂົາໄດ້ປະກາດໂຈະການປະຕິບັດພັນທະສົນ
ທິສັນຍາຂອງພວກເຂົາ, ສະຫະລັດ ໄດ້ຖອນຕົວອອກຈາກສົນທິສັນຍາດັ່ງກ່າວຢ່າງເປັນທາງການໃນວັນທີ 2 ສິງຫາ ແລະ ຣັດເຊຍ ໄດ້ປະກາດວ່າສົນທິສັນຍາດັ່ງກ່າວບໍ່ມີ
ຜົນບັງຄັບໃຊ້ໃນມື້ດຽວກັນ. ເຊິ່ງສັນຍາດັ່ງກ່າວ ຣັດເຊຍ ແລະ ສະຫະລັດ ໄດ້ລົງນາມໃນປີ 1987 ໂດຍລະບຸວ່າສອງຝ່າຍຈະຮັກສາການຜະລິດ ຫຼື ທົດລອງລູກສອນໄຟ
ນຳວິຖີໄລຍະຍິງໄກ 500 ຫາ 5.500 ກິໂລ ແມັດ.