ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາເມຣິກາ​ເລີ່​ມຜະລິດ​ລູກ​ສອນ​ໄຟ​ພິ​ໄສ​ກາງ​ຮຸ່ນ ESSM Block 2


ປືນໃຫຍ່ຮຸ່ນໃໝ່ Type 19

     ຕາມຂ່າວຈາກໜັງສືພິມເອເລັກໂຕຣນິກ ຂອງກອງທັບປະຊາຊົນຫວຽດນາມ ສະບັບວັນທີ 28 ສິງຫາ 2019 ນີ້ວ່າ: ກອງທັບເຮືອ ສະຫະລັດ ໄດ້ເຊັນສັນຍາກັບ ບໍ
ລິສັດ Raytheon ເພື່ອຜະລິດລູກ ສອນໄຟພິໄສກາງຮຸ່ນ ESSM (Evolved Sea Sparrow Missile) Block 2 ເຊິ່ງມີມູນຄ່າ 190 ລ້ານໂດລາສະຫະລັດ.

     ຕາມຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ສັນຍາດັ່ງກ່າວໄດ້ຮັບການລົງນາມ ພາຍຫຼັງທີ່ກອງທັບເຮືອ ອາເມຣິກາປະກາດການຕັດສິນໃຈຫັນປ່ຽນຈາກການພັດທະນາ ໄປສູ່ຂັ້ນ
ຕອນການຜະລິດລູກສອນໄຟພິໄສກາງຮຸ່ນດັ່ງກ່າວ ແລະ ຄາດວ່າລູກສອນໄຟຮຸ່ນ ESSM Block 2 ຈະຮັບປະກັນຄຸນນະພາບໄດ້ຕາມການອອກແບບ ແລະ ຈະນຳໃຊ້
ຢ່າງເປັນທາງການໃນປີ 2020 ທີ່ຈະມາເຖິງນີ້.

     ລູກສອນໄຟ ESSM ແມ່ນລູກສອນໄຟຕົ້ນຕໍທີ່ຕິດຕັ້ງ ເພື່ອປົກປ້ອງກໍາປັ່ນເດີ່ນບິນ ແລະ ກຳປັ່ນຍົກພົນຂຶ້ນບົກ. ລູກສອນໄຟຮຸ່ນນີ້ແມ່ນຮຸ່ນທີ່ໄດ້ຮັບການປັບປຸງມາ
ຈາກລູກສອນໄຟ ຮຸ່ນ RIM-7 Sea Sparrow ໂດຍມີກຳລັງໄຟທີ່ແຮງກວ່າ ແລະ ເຄື່ອງຈັກທີ່ທັນສະໄໝກວ່າ. ປັດຈຸບັນກອງທັບເຮືອຂອງຫຼາຍປະເທດໃນທົ່ວໂລກ ມີ
ລູກສອນໄຟ ຊະນິດນີ້ຕິດຕັ້ງໃສ່ກໍາປັ່ນສູ້ຮົບຂະໜາດນ້ອຍ ແລະ ຂະໜາດໃຫຍ່ ທັງໝົດກ່ວາ 200 ລຳ.

     ໂຄງການພັດທະນາລູກສອນໄຟພິໄສກາງຮຸ່ນ ESSM Block 2 ໄດ້ຖືກ ກອງທັບ ເຮືອສະຫະລັດ ລິເລີ່ມດຳເນີນງານຕັ້ງແຕ່ປີ 2016 ໂດຍການຮ່ວມມືຈາກບັນດາ
ປະເທດທີ່ເປັນພັນທະມິດ. ລູກສອນໄຟ ESSM Block 2 ມີລະບົບນຳທາງທີ່ທັນສະໄໝ ດ້ວຍລະບົບຣາດາທີ່ຊ່ວຍໃຫ້ລູກສອນ ສາມາດເຮັດວຽກ ໄດ້ 2 ຮູບ ແບບຄື:
ອັດຕະວິໄສ ແລະ ພາວະວິໄສ.