ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອັງກິດ ​ແລະ ສະ​ວີ​ເດັນ ​ເຊັນ​ສັນຍາ​ຮ່ວມ​ມື ເລື່ອງ​ລະບົບ​ການ​ສູ້​ຮົບ​ທາງ​ອາກາດ​ໃນ​ອານາ​ຄົດ


     ອີງຕາມຂໍ້ມູນບາງສື່ຂອງປະເທດ ອັງກິດ ລາຍງານວ່າ: ທ່ານ ນາງ ເພນນີ່ ມໍດາອານ ລັດຖະມົນຕີກະຊວງປ້ອງກັນປະເທດ ອັງກິດ ແລະ ທ່ານ ປີເຕີ ເຣວວິດ ລັດຖະ
ມົນຕີກະຊວງປ້ອງກັນປະເທດ ສະວີເດນ ໄດ້ເຊັນສັນຍາຄວາມຮ່ວມມື ( MOU ) ຮ່ວມກັນເມື່​ອ ວັນທີ 18 ກໍລະກົດ 2019 ທີ່ຜ່ານມາກ່ຽວກັບຄວາມຮວ່ມມື ເລື່ອງລະ
ບົບການສູ້ຮົບທາງອາກາດ ໃນອານາຄົດ.

     ຄວາມສໍາຄັນຂອງສັນຍາດັ່ງກ່າວນັ້ນ, ທາງກະຊວງປ້ອງກັນປະເທດ ອັງກິດ ໄດ້ອະທິບາຍຜ່ານເວບໄຊຂອງກະຊວງວ່າ: ສັນຍາສະບັບນີ້ ມີຈຸດປະສົງເພື່ອໃຫ້ທັງສອງ
ປະເທດ ສ້າງຄວາມຮ່ວມມືດ້ານກາພັດທະ ນາການສູ້ຮົບທາງອາກາດ ແລະ ການພັດທະນາໂປເເກຣມສໍາລັບການໃຊ້ງານດ້ານເຮືອບິນສູ້ຮົບ ລວມໄປເຖິງການພັດທະນາ
ແນວຄິດໃໝ່ໆ ເພື່ອໃຫ້ທັງສອງປະເທດ ໄດ້ນໍາໄປຕອບສະໜອງກັບການສູ້ຮົບທາງອາ ກາດໃນອານາຄົດໄດ້ຢ່າງມີປະສິດທິພາບ.

     ສ່ວນທາງດ້ານກະຊວງປ້ອງກັນປະເທດ ສະວີເດນ ໄດ້ອະທິບາຍກ່ຽວກັບສັນຍາສະບັບນີ້ວ່າ: ນີ້ເປັນຈຸດເລີ່ມຕົ້ນຂອງທັງສອງປະເທດ ທີ່ຈະໄດ້ຮ່ວມມືກັນວິເຄາະການ
ເຮັດວຽກຂອງທັງສອງປະເທດເພື່ອພັດທະນາຄວາມສາມາດໃນການສູ້ຮົບທາງອາກາດຂອງເຮືອບິນສູ້ຮົບໃຫ້ຫຼາຍຂຶ້ນ.