ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫະລັດອາເມຣິກາ ທົດລອງປືນໃຫຍ່ຕິດລົດຕັງລຸ້ນໃໝ່


ປືນໃຫຍ່ຕິດລົດຕັງລຸ້ນໃໝ່

     ຕາມຂ່າວຈາກໜັງສືພິມກອງທັບປະຊາຊົນ ຫວຽດນາມ ໃຫ້ຮູ້ ວ່າ: ກອງທັບ ສະຫະລັດອາເມຣິກາໄດ້ດໍາເນີນການທົດລອງຍິງປືນໃຫຍ່ຕິດລົດຕັງລຸ້ນໃໝ່ຢູ່ ເມືອງ ຢູ
ມາ ລັດອາລີໂຊນາ ສະຫະລັດອາເມຣິກາ ພາຍໃຕ້ໂຄງ ການ (ERCA).

     ຈຸດປະສົງຂອງໂຄງການດັ່ງກ່າວແມ່ນແນໃສ່ເພື່ອປັບປຸງຄຸນນະພາບຂອງປືນໃຫຍ່ລຸ້ນນີ້ ໃຫ້ເປັນປືນໃຫຍ່ທີ່ສາມາດຍິງໂດຍອັດຕະໂນມັດ, ສາມາດຍິງຕ້ານ-ທໍາລາຍ
ເປົ້າໝາຍໃນໄລຍະໄກໄດ້ ແລະ ທັງເປັນການຍົກລະດັບໃຫ້ ແກ່ກອງປືນໃຫຍ່ຂອງກອງທັບບົກ ສະຫະລັດອາເມຣິກາ ສາມາດສະກັດກັ້ນການຂົ່ມຂູ່ຈາກຝ່າຍ ກົງກັນຂ້າມ
ໃນສະໜາມຮົບ.

     ການຍົກລະດັບປືນໃຫຍ່ລຸ້ນໃໝ່ນີ້ຄາດວ່າຈະເຂົ້າປະຈໍາການ ໃນກອງທັບບົກ ສະຫະລັດອາເມຣິກາ ເພື່ອທົດແທນໃຫ້ແກ່ບັນດາປືນໃຫຍ່ລຸ້ນເກົ່າເຊັ່ນ M109 Paladin
ຂະໜາດ 155 ມມ ທີ່ມີ ຄວາມສາມາດຍິງໄດ້ໄກພຽງ 40 ກິໂລແມັດ.

     ປືນໃຫຍ່ອັດຕະໂນມັດ M109A7 ເປັນປືນໃຫຍ່ທີ່ພັດທະນາຈາກປືນໃຫຍ່ຕະກູນ M109 ເຊິ່ງນໍາໃຊ້ລູກປືນລຸ້ນ XM1113 ຂະໜາດ 155 ມມ, ລະບົບຍິງສົ່ງຄືກັນ
ກັບ ລູກສອນໄຟ ແລະ ມີເລົາປືນທີ່ມີຄວາມ ຍາວກວ່າລຸ້ນເກົ່າເຊິ່ງຈະຊ່ວຍໃຫ້ ປືນຍິງໄກໄດ້ 70 ກິໂລແມັດ ຫາ 100 ກິໂລແມັດ.