ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິນໂດເນເຊຍທົດລອງກຳ​ປັ່ນດໍານ້ຳລຳ​ທຳ​ອິດ


     ຕາມຂ່າວຈາກໜັງສືພິມກອງທັບປະຊາຊົນ ຫວຽດນາມ ໃຫ້ຮູ້ໃນວັນທີ 27 ມັງກອນນີ້ ວ່າ: ກອງທັບເຮືອ ອິນໂດເນເຊຍ ໄດ້ປະສົບຜົນສໍາເລັດການທົດລອງກຳ​ປັ່ນ
ດໍານ້ຳລຸ້ນ ອາລູໂກໂຣ (Alugoro) ລໍາທໍາອິດທີ່ຍົກລະດັບຢູ່ພາຍໃນປະເທດຕົນ.

     ຕາມຂ່າວຍັງໃຫ້ຮູ້ອີກວ່າ: ກຳ​ປັ່ນດໍານ້ຳ Alugoro ໄດ້ດໍາເນີນການທົດລອງຢູ່ເຂດທະເລ ບາລີ ດ້ວຍຄວາມເລິກປະມານ 250 ແມັດ. ຫຼັງຈາກການທົດລອງສໍາເລັດ
ຕາມຄາດໝາຍ ​ເຮືອດໍານ້ຳລໍາດັ່ງກ່າວຈະເຂົ້າປະຈໍາການ ໃນກອງທັບເຮືອ ອິນໂດເນເຊຍ ໃນໄລຍະເວລາບໍ່ເທົ່າໃດ ເດືອນທີ່ຈະມາເຖິງນີ້. ເມື່ອປີ 2011 ທີ່ຜ່ານມາກອງທັບ
ເຮືອ ອິນໂດເນເຊຍ ໄດ້ເຊັນສັນຍາກັບ ບໍລິສັດ ແດຫວູ ເພື່ອຈັດຊື້ກຳ​ປັ່ນດຳນໍ້າຢູ່ພາຍໃນປະເທດຕົນ. ຕາມຂ່າວຍັງໃຫ້ຮູ້ອີກວ່າ: ກຳ​ປັ່ນດໍານ້ຳ Alugoro ໄດ້ດໍາເນີນການ
ທົດລອງຢູ່ເຂດທະເລ ບາລີ ດ້ວຍຄວາມເລິກປະມານ 250 ແມັດ. ຫຼັງຈາກການທົດລອງສໍາເລັດຕາມຄາດໝາຍ ກຳ​ປັ່ນດໍານ້ຳລໍາດັ່ງກ່າວຈະເຂົ້າປະຈໍາການ ໃນກອງທັບ
ເຮືອ ອິນໂດເນເຊຍ ໃນໄລຍະເວລາບໍ່ເທົ່າໃດເດືອນທີ່ຈະມາເຖິງນີ້.

     ເມື່ອປີ 2011 ທີ່ຜ່ານມາກອງທັບເຮືອ ອິນໂດເນເຊຍ ໄດ້ເຊັນສັນຍາກັບ ບໍລິສັດ ແດຫວູ ເພື່ອຈັດຊື້ກຳ​ປັ່ນດໍານຳ້ທີ່ໄດ້ຍົກລະດັບ ຈາກກຳ​ປັ່ນດໍານຳ້ລະຫັດ 209/140
ມາເປັນກຳ​ປັ່ນດໍານຳ້ລຸ້ນ ເຊນໂບໂກ ຈໍານວນ 3 ລໍາດ້ວຍມູນຄ່າ 1,1 ຕື້ໂດລາສະຫະລັດ ຈາກປະເທດ ເຢຍລະມັນ.

     ກຳ​ປັ່ນດໍານ້ຳ Alugoro ມີຄວາມຍາວ 61,3 ແມັດ, ກວ້າງ 6,25 ແມັດ, ກໍາລັງແຫກນຳ້ 1.400  ໂຕນ, ປະກອບດ້ວຍລູກເຮືອ 40 ຄົນ, ເຄື່ອງຈັກກະຊວນທີ່ມີຄຸນ
ນະພາບສູງລຸ້ນ MTU 12V493 ສີ່ເຄື່ອງ ແລະ ລະບົບຫົວສີດນ້ຳມັນທີ່ຊ່ວຍໃຫ້ກຳ​ປັ່ນດໍານຳ້ສາມາດເຄື່ອນໄຫວ​ໄດ້ຄ່ອງຕົວ ໃນເວລາດໍານຳ້ດ້ວຍຄວາມໄວສູງສຸດເຖິງ
21,5 ໄມຕໍ່ຊົ່ວໂມງ ແລະ 11 ໄມຕໍ່ຊົ່ວໂມງໃນເວລາຢູ່ເທິງໜ້ານ້ຳດ້ວຍຄວາມໄວສູງສຸດເຖິງ 10.000 ໄມ. ກຳ​ປັ່ນດໍານ້ຳລຸ້ນນີ້, ປະກອບມີອາວຸດທໍ່ຍິງສົ່ງ ຕໍປີໂດຂະໜາດ
533 ມມ 8 ທໍ່, ເຊິ່ງສາມາດຍິງ ໄດ້ທັງລູກປືນໃຫຍ່ ແລະ ລູກສອນໄຟ ໃນທໍ່ສົ່ງດຽວກັນ.