ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເກົາຫຼີໃຕ້ເລືອກປືນ DSAR-15PC ເພື່ອນໍາມາທົດແທນປືນ K-1A


     ຝ່າຍບໍລິຫານໂຄງການປ້ອງກັນປະເທດ (DAPA) ຂອງ ເກົາຫຼີໃຕ້ ໄດ້ເລືອກແບບປືນຈາກບໍລິສັດ ອາວຸດປືນ Dasan ເກົາຫຼີໃຕ້ ໂຄງການປືນເຫຼັກສັ້ນເພື່ອນໍາມາ
ທົດແທນປືນ S&T Motiv K-1A ຂະໜາດ 5,56 ມມ ທີ່ໃຊ້ງານໜ່ວຍຮົບພິເສດ ແລະ ບາງໜ່ວຍຂອງກອງທັບ ເກົາຫຼີໃຕ້.

     ການປະກາດມີຂຶ້ນເມື່ອ ວັນທີ 3 ມິຖຸນາ ເຊິ່ງທາງບໍລິສັດ Dasan ໄດ້ສະເໜີແບບປືນ DS­AR-15PC ຂະໜາດ 5,56 ມມ ເຂົ້າແຂ່ງຂັນໂດຍຄາດວ່າຈະມີການ
ທົດລອງປະເມີນຜົນໃນ ເດືອນ ກໍລະກົດ ປີ 2020 ແລະ ມີແຜນຈະນໍາເຂົ້າປະຈໍາການໃນລໍາດັບຕໍ່ໄປ.

     ອີງຕາມການລາຍງານລະບຸວ່າ: ໜ່ວຍຮົບພິເສດທີ 707 ແລະ ໜ່ວຍຮົບພິເສດທີ 13 ຂອງໜ່ວຍ ບັນຊາການຮົບພິເສດ ເກົາຫຼີໃຕ້ ຈະໄດ້ຮັບປືນ DSAR-15PC
ປະມານ 1.000 ກະບອກເພື່ອໃຊ້ງານ ແລະ ປະເມີນຜົນຫຼັງຈາກນັ້ນ, ຈະນໍາຜົນຈາກການປະເມີນມາປັບປຸງແກ້ໄຂ້ ເຊິ່ງປືນ DSAR-15PC ທີ່ໄດ້ຮັບການ ປັບປຸງນັ້ນຈະ
ສົ່ງມອບໃຫ້ທຸກໜ່ວຍຮົບຂອງ ເກົາຫຼີໃຕ້ ໂດຍມີກໍານົດພາຍໃນປີ 2023. DS­AR-15PC ຈະນໍາເຂົ້າມາທົດແທນປືນແບບ K-1A ທີ່ເຂົ້າມາປະຈໍາການໃນກອງທັບ
ເກົາຫຼີໃຕ້ມາຕັ້ງແຕ່ ປີ 1982 ໂດຍປືນທີ່ມີຄວາມຍາວທັງໝົດ 76 ຊັງຕີ ແມັດ ໂດຍລວມເອົາຄຸນສົມບັດບາງປະການຂອງປືນ AR-15 ເຂົ້າກັບລະບັບລູກກະສູນ short-
stroke, ປືນມີອັດຕາການຍິງຢູ່ທີ່ 700-950 ລູກຕໍ່ນາທີ, ນໍ້າໜັກ 3 ກິໂລກຣາມ ແລະ ຂະໜາດຟັກປືນທີ່ມີຄວາມຍາວ 11,5 ນິ້ວ ເຮັດໃຫ້ເໜາະສໍາລັບການໃຊ້ງານ
ໃນພື້ນທີ່ຈໍາກັດເຊັ່ນເຂດໃນເມືອງເປັນຕົ້ນ.