ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດເຊຍ ສ້າງຕັ້ງເຄືອຂ່າຍອິນເຕີເນັດສະເພາະທາງການທະຫານ


     ຕາມຂ່າວຈາກໜັງສືພິມ ກອງທັບປະຊາຊົນ ຫວຽດນາມ ໃຫ້ຮູ້ ວ່າ: ກອງທັບ ຣັດເຊຍ ສ້າງຕັ້ງ ແລະ ພັດທະນາເຄືອຂ່າຍອິນເຕີເນັດສະເພາະທາງການທະຫານ ຂອງ
ກອງທັບຕົນ ເພື່ອແລກປ່ຽນຂໍ້ມູນລັບໂດຍບໍ່ຕ້ອງເຊື່ອມຍົງອິນເຕີ​ເນັດທົ່ວໄປຂອງໂລກ.

     ໂຄງການດັ່ງກ່າວນີ້ ສ້າງຕັ້ງຂຶ້ນເພື່ອເປັນການປິດລັບຂໍ້ມູນທາງການທະຫານຂອງກອງທັບ ຣັດເຊຍ ແລະ ຫຼີກລ່ຽງຄວາມສຽງຈາກການແຊກແຊງ ຈາກຝ່າຍກົງກັນ
ຂ້າມທາມກາງການຂະຫຍາຍຕົວທາງດ້ານອິນເຕີເນັດ ໃນທົ່ວໂລກໃນປັດຈຸບັນ.

     ໂຄງການນີ້ໃຊ້ເວລາຫຼາຍປີ, ເຈົ້າໜ້າທີ່ ກະຊວງປ້ອງກັນປະເທດ ຣັດເຊຍ ໄດ້ຊອກຫາວິທີຕ່າງໆ ເພື່ອຮັບປະກັນຄວາມປອດໄພທາງອິນເຕີເນັດຂອງກອງທັບ ຣັດເຊຍ
ຈາກການຂົ່ມຂູ່ຈາກຝ່າຍກົງກັນຂ້າມທີ່ພະຍາຍາມແຮັກຂໍ້ມູນສຳຄັນທາງການທະຫານຕົນ.