ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ​ອະນຸມັດ​ວິທະຍາ​ໄລ ​35 ​ແຫ່ງ​ເປີດ​ສອນ​ວິຊາຫຼັກ AI


     ມະຫາວິທະຍາໄລໃນປະເທດຈີນຫຼາຍແຫ່ງລວມທັງມະຫາວິຍາໄລປັກກິ່ງ ແລະ ມະຫາວິຍາໄລຊິງຫວາຈະເລີ່ມຮັບສະມັກ ນັກສຶກສາເຂົ້າຮຽນຫຼັກສູດ AI ໃນປີນີ້
ໂດຍມະຫາວິທະຍາໄລປັກກິ່ງປະກາດເລີ່ມເປີດສອນ ພາກວິຊາວິສະວະກໍາຫຸ່ນຍົນໃນຂະນະທີ່ມະຫາວິທະຍາໄລຊິງຫວາຈະຈັດຕັ້ງຄະນະປັນຍາປະດິດ.

     ຕາມການລາຍງານ, ປີນີ້ເປັນປີທີ່ມະຫາວິທະຍາໄລຈີນຈະເປີດຮັບສະມັກນັກສຶກສາເຂົ້າຮຽນໃນຫຼັກສູດວິຊາເອກດ້ານປັນຍາປະດິດໂດຍແຍກຕ່າງຫາກຈາກວິຊາອື່ນ
ແລະ ປີນີ້ມີນັກຮຽນ ກ່ວາ 10 ລ້ານຄົນກໍາລັງຈະເຂົ້າເສັງເພື່ອເອົາທີ່ນັ່ງໃນສາຂາວິຊາດັ່ງກ່າວໃນເດືອນມິຖຸນານີ້.

     ການສ້າງຫຼັກສູດໃໝ່ດັ່ງກ່າວສະທ້ອນໃຫ້ເຫັນຄວາມຕ້ອງການຂອງສັງຄົມໃນປັດຈຸບັນ ແລະ ສອດຄ່ອງກັບການລາຍງານຂອງກະຊວງຊັບພະຍາກອນມະນຸດ ແລະ
ຄວາມໝັ້ນຄົງຂອງສັງຄົມຈີນທີ່ໄດ້ເຜີຍແຜ່ທັງ 15 ອາຊີບໃໝ່ໃນປັດຈຸບັນເຊິ່ງລວມທັງວິສະວະກອນດ້ານປັນຍາປະດິດ.

     ຕາມການລາຍງານຫຼ້າສຸດ ຂອງມະຫາວິທະຍາໄລຊິງຫວາປັດຈຸບັນຈີນປະສົບບັນຫາຂາດແຄນຜູ້ຊ່ຽວ ຊານດ້ານເທັກໂນໂລຢີກ່ວາ 1,5 ລ້ານຄົນ ແລະ ຈໍານວນດັ່ງ
ກ່າວຈະເພີ່ມຂຶ້ນເປັນ 2 ລ້ານຄົນໃນປີ 2025. ທີ່ຜ່ານມາທາງມະຫາວິຍາໄລ ໄດ້ສ້າງຫຼັກສູດທີ່ກ່ຽວຂ້ອງກັບເທັກໂນໂລຢີ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ
ແລະ ໃນປີ 2019 ມະຫາວິຍາໄລທັງໝົດ 479 ແຫ່ງໄດ້ເລີ່ມເປີດສອນວິຊາດັ່ງກ່າວແລ້ວ.