ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຕວກກີ ທົດສອບລະບົບປ້ອງກັນອາກາດ S-400 ທີ່ຊື້​ຈາກ ຣັດເຊຍ


ລະບົບປ້ອງກັນທາງອາກາດ S-400

     ຕວກກີ ໄດ້ທົດສອບລາດາຂອງລະບົບປ້ອງກັນອາກາດ S-400 ທີ່ຜະລິດໂດຍ ຣັດເຊຍ ເຊິ່ງຂະນະນີ້ມີທີ່ຕັ້ງຢູ່ນະຄອນຫຼວງ ອັງກາລາ ປະເທດຕວກກີ ໂດຍໃຊ້ ​ເຄື່ອງ
ບິນຂັບໄລ່ F-16 ແລະ F-4 phantom II ທີ່ຜະລິດໂດຍ ສະຫະລັດອາເມຣິກາ ໃຫ້ບິນຜ່ານໃນລະດັບເພດານບິນສູງ ແລະ ເພດານບິນຕໍ່າ.

     ນັກວິເຄາະບາງພາກສ່ວນຄິດວ່າການທົດສອບຂອງລະບົບປ້ອງກັນອາກາດ S-400 ຄັ້ງນີ້ມີຈຸດປະສົງເພື່ອທົດສອບວ່າລາດາຂອງລະບົບປ້ອງກັນອາກາດ S-400 ຍັງ
ໃຊ້ງານປົກກະຕິ ຫຼື ບໍ, ລວມໄປເຖິງການທົດສອບລະບົບພິສູດຟາຍວ່າ ຈະສາມາດບອກລັກສະນະຂອງ ເຄື່ອງບິນຂັບໄລ່ຂອງຕວກກີທີ່ຜະລິດໃນສະຫະລັດ ໄດ້ ຫຼື ບໍແຕ່
ຕາມການສັງເກດຈາກທີ່ ຕວກກີ ທົດສອບກັບເຄື່ອງບິນຂັບໄລ່ F-16 ແລະ F-4 phantom II ທີ່ບິນຜ່ານໃນລະດັບເພດານບິນສູງ ແລະ ຕໍ່າເຊິ່ງນັກວິເຄາະສັງເກດວ່າ
ຕວກກີ ຕ້ອງການທົດສອບອີກດ້ານໜຶ່ງວ່າລະບົບປ້ອງກັນທາງອາກາດ S-400 ສາມາດຈັບສັນຍານ ເຄື່ອງບິນຂັບໄລ່ F-16 ແລະ  F-4 ທີ່ບິນເຂົ້າມາໃນລະດັບເພດານ
ບິນຕ່າງກັນໄດ້ທີ່ໄລຍະເທົ່າໃດ ( ລະບົບປ້ອງກັນ S-400 ເຊິ່ງມີໄລຍະກວດຈັບ 600 ກິໂລແມັດ ແຕ່ບໍ່ໄດ້ໝາຍຄວາມວ່າຈະເຫັນເຄື່ອງບິນທຸກປະເພດໄດ້ຕັ້ງແຕ່ 600 ກິ
ໂລແມັດ) ເຊື່ອວ່າຖ້າໃນອະນາຄົດ ຕວກກີ ໄດ້ຮັບ F-35 ກໍຄົງນໍາມາທົດສອບແບບດຽວກັນ.