ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເກົາຫຼີ ​ເປີດ​ຕົວ​ ຍົນເຮລີກົບແຕ ສຳລັບ​ສົ່ງ​ອອກ


     ຕາມຂ່າວຈາກ ສຳນັກ​ຂ່າວ ກປທ ( QDND Online )ໃນວັນທີ 21 ຕຸລາວ່າ: ບໍລິສັດ KAI ເຊິ່ງເປັນ ບໍລິສັດ ອຸດສາຫະກຳການບິນອະວະກາດ ສ ເກົາຫຼີ ໄດ້ນໍາສະ
ເໜີຕົວແບບຂອງ ຍົນເຮລີກົບແຕ ອະເໜກປະສົງ KUH-1 Surion ຮຸ່ນໃໝ່ອອກສູ່ຕະຫຼາດສາກົນ.

     ທ່ານ Kim Ji-hyung ໂຄສົກຂອງບໍລິສັດ KAI ໄດ້ໃຫ້ຮູ້ວ່າ: ຍົນເຮລີກົບແຕ ຮຸ່ນ KUH-1E Surion ທາງບໍລິສັດໄດ້ໃຊ້ເວລາຄົ້ນຄ້ວາ 4 ປີ ເພື່ອຕອບສະໜອງໃຫ້
ໄດ້ຕາມມາດຕະຖານຂອງຄູ່ຮ່ວມມືຂອງສາກົນ. ທ່ານ ໂຄສົກ ຂອງບໍລິສັດດັ່ງກ່າວ ຍັງໄດ້ຢືນຢັນຕື່ມອີກວ່າ: ບໍ່ແມ່ນວ່າປະເທດໃດກໍຈະມີງົບປະມານພຽງພໍເພື່ອຈະນໍາ
ໃຊ້ເຂົ້າໃນການຜະລິດ ຍົນເຮລີກົບແຕ ອະເໜກປະສົງ ທີ່ເປັນທັງຍົນຂົນສົ່ງ ແລະ ສູ້ຮົບໄປພ້ອມໆກັນໃນເວລາດຽວກັນໄດ້. ຍົນເຮລີກົບແຕ ຮຸ່ນ KUH-1E Surion ຍັງ
ຖືວ່າເປັນຍົນສູ້ຮົບທີ່ມີຄວາມເໝາະ ສົມທີ່ສຸດໃນປັດຈຸບັນ.

     ຍົນເຮລີກົບແຕຮຸ່ນ KUH-1ESurion ມີລະບົບຄອມພິວເຕີທີ່ທັນສະໄໝຄື Garmin G3000, ລະບົບເຕືອນໄພການຊົນກັນກາງອາກາດຂອງຍົນ TACS II ແລະ
ລາດາເພື່ອຕິດຕາມສະພາບດິນຟ້າອາກາດສາມມິຕິ ( 3D) ຢູ່ຫົວຍົນ. ນອກຈາກນັ້ນ ຍົນເຮລີກົບແຕຮຸ່ນ ນີ້ຍັງມີຄວາມໄວສູງສຸດ 290 ກິໂລແມັດຕໍ່ຊົ່ວໂມງ, ເພດານ
ບິນສູງເຖິງ 4,6 ກິໂລແມັດ, ບັນທຸກນໍ້າໜັກໄດ້ 3,7 ໂຕນ, ສາມາດບິນໄດ້ຕໍ່ເນື່ອງເກືອບຮອດ 800 ກິໂລແມັດ.

     ກະຊວງປ້ອງກັນປະເທດຂອງ ສ ເກົາຫຼີ ມີແຜນທີ່ຈະຜະລິດຍົນ ເຮລີກົບແຕຮຸ່ນ KUH-1 Surion ປະມານ 200 ລໍາໃນປີ 2020 ເພື່ອມາທົດແທນ ຍົນເຮລີກົບແຕຮຸ່ນ
UH-1H ແລະ 500MD ຂອງກອງທັບອາກາດ ສະຫະລັດ ທີ່ລ້າສະໄໝ.