ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຍີ່ປຸ່ນໄດ້ເປີດຕົວປືນໃຫຍ່ຮຸ່ນໃໝ່


ປືນໃຫຍ່ຮຸ່ນໃໝ່ Type 19

     ຍີ່ປຸ່ນໄດ້ເປີດຕົວປືນໃຫຍ່ຮຸ່ນໃໝ່ Type 19 ແບບຕິດຕັ້ງເທິງລົດຕີນຢາງ 8x8 ໃນງານ Fire­power event ປີ 2019 ບໍລິເວນ ທາງຕາເວັນອອກຂອງພູເຂົາໄຟ
ຟູຈິ ປະເທດຍີປຸ່ນ.

     ປືນໃຫຍ່ Type 19 ມີຄວາມຄ້າຍຄືກັບລະບົບປືນໃຫຍ່ CAE­SAR ຂອງບໍລິສັດ Nexter Systems ຂອງຝຣັ່ງແຕ່ມີຂໍ້ໄດ້ປຽບຫຼັກຄືມັນສາມາດຍິງຄ້າຍຄືກັບລະ
ບົບປືນໃຫຍ່ 155 ມມ ແບບລາກຈູງແຕ່ມີຄວາມຄ່ອງຕົວຫຼາຍກວ່າ, ສາມາດຕັ້ງຍິງ ແລະ ຖອດຕົວໄດ້ຢ່າງໄວ, ໂຕລົດໃຊ້ຂອງ MAN Military 8x8 military truck,
ຫ້ອງ ຄົນຂັບສາມາດປ້ອງກັນກະສຸນຂະໜາດ 7,62 ມມ ແລະ ສະເກັດກະສຸນປືນໃຫຍ່ໄດ້. Type 19 ໃຊ້ທີມງານທັງໝົດ 5 ຄົນ.

     Type 19 ຕິດຕັ້ງຄອມພິວເຕີຄວບຄຸມການຍິງ, ສາມາດຕັ້ງ ປືນດ້ວຍລະບົບໄຮໂຣລິກ, ສາມາດຕັ້ງຍິງໄດ້ຢ່າງແມ້ນຢໍາ, ມີລະບົບຮັບແຮງສະທ້ອນຂະໜາດໃຫຍ່ ເພື່ອ
ດູດຊັບແຮງສະທ້ອນຈາກການຍິງທັງໝົດ.