ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ນາ​ໂຕ​ ກຳລັງ​ພິຈາລະນາ​ທີ່​ຈະ​ຊື້​ເຮືອບິນ​ບັນຊາ ​ແລະ ​ເຕືອນ​ໄພ​ລ່ວງໜ້າກາງ​ອາກາດ

     ຕາມຂ່າວຈາກໜັງສືພິມອີເລັກໂຕຣນິກຂອງກອງທັບປະຊາຊົນຫວຽດນາມໃຫ້ຮູ້ວ່າ: ທ່ານ ມິດເຊວ ກອດສະແມນ ຜູ້ອໍານວຍການໂຄງການ AWACS ຂອງນາໂຕ
ໄດ້ກ່າວວ່າ: ນາໂຕ ກໍາລັງ ພິຈາລະນາຄວາມເປັນໄປໄດ້ທີ່ອົງການນີ້ຈະຊື້ເຮືອບິນ E-7ເພື່ອມາປຽ່ນແທນເຮືອບິນ E-3A ຮຸ່ນເກົ່າ ເຊິ່ງກ່ອນໜ້ານັ້ນສະມາຊິກຂອງອົງການ
ນາໂຕສອງປະເທດຄື ອັງກິດ ແລະ ຕວກກີ ກໍໄດ້ຊື້ເຮືອບິນ E-7 ທີ່ຜະລິດໂດຍບໍລິສັດໂບອິງຂອງສະຫະລັດອາເມຣິກາໄປແລ້ວ.

     ເຮືອບິນ E-7 ສາມາດເຮັດວຽກໄດ້ຄືກັບເຮືອບິນຫຼາຍຊະນິດເປັນຕົ້ນແມ່ນເຮືອບິນທີ່ບໍ່ມີຄົນຂັບ. ກອງບິນ AWACS ມີເຮືອ ບິນ E-3A ຈຳນວນ 14 ລຳ ແລະ ເປັນ
ກອງບິນນາໆຊາດຊຸດທຳອິດ ຂອງນາໂຕ ແລະ ກໍແມ່ນໜຶ່ງໃນຈຳນວນໜ້ອຍຂອງຊັບສິນທາງການທະຫານທີ່ເປັນເຈົ້າຂອງ ແລະ ດຳເນີນການຮ່ວມກັນຂອງ ນາໂຕ ເຊິ່ງເຮືອ
ບິນຈຳນວນດັ່ງກ່າວ ຖືກນໍາໃຊ້ເຂົ້າໃນການປະຕິບັດໜ້າທີ່ຕ່າງໆເຊັ່ນ: ລາດຕະເວນ, ສອດແນມ, ສື່ສານທາງອາກາດ, ສະໜັບສະໜູນຕ້ານການກໍ່ການຮ້າຍ, ການຄົ້ນຫາ
ແລະ ກູ້ໄພ.

     ນາໂຕໄດ້ເຊັນສັນຍາກັບບໍລິສັດ ໂບອິງ ໃນການຍົກລະດັບລະບົບຄອມພິວເຕີການບິນ ແລະ ແກ່ ຍາວອາຍຸການນຳໃຊ້ຂອງເຮືອບິນ E-3A ໃຫ້ຮອດປີ 2035. ຢ່າງ
ໃດກໍຕາມ ນາໂຕ ກໍຕ້ອງການໃຫ້ມີການຕົກລົງເປັນເອກະພາບກັນໃນໄວໆນີ້ ກ່ຽວກັບເຮືອບິນ AWACS ເພື່ອເອົາມາປ່ຽນແທນເຮືອບິນ E-3A ທີ່ເກົ່າແກ່ແລ້ວ.

     ເຮືອບິນ E-3A ໄດ້ຖືກພັດທະນາມາຈາກພື້ນຖານຂອງເຮືອບິນໂດຍສານໂບອິງ 707 ເມື່ອປີ 1970 ແລະ ໄດ້ປະກອບໃຫ້ກອງທັບອາກາດຂອງສະຫະລັດອາເມຣິກາ
ໃນປີ 1977. ​ເລດາ ຂອງເຮືອບິນ E-3A ມີຮູບຮ່າງເປັນຈານໝູນທີ່ຕິດຕັ້ງໃສເທິງລຳຕົວຂອງເຮືອບິນ. ເຮືອບິນຊະນິດນີ້ນອກຈາກສະຫະລັດແລ້ວ ຍັງມີຢູ່ໃນກອງທັບຂອງ
ນາໂຕ, ອັງກິດ, ຝຣັ່ງ ແລະ ຊາອຸດິດອາຣາບີ.

     ສ່ວນເຮືອບິນ E-7 ຖືກພັດທະນາມາຈາກໂບອິງ 737. ມີຄວາມໄວສູງສຸດ 910 ກິໂລແມັດຕໍ່ຊົ່ວ ໂມງ, ຄວາມໄວໃນການລາດຕະເວນແມ່ນ 310 ກິໂລແມັດຕໍ່ຊົ່ວ
ໂມງ. ໂຄງສ້າງທາງໃນແມ່ນລະບົບຮັບ-ສົ່ງ ແລະ ສະແດງເປົ້າໝາຍເຕືອນໄພຈາກ​ເລດາ .

     ນອກຈາກການກວດກາ, ສັງເກດ, ຕິດຕາມ, ສົງຄາມທາງອີເລັກໂຕຣນິກແລ້ວ, ເຮືອບິນ E-7 ຍັງມີໜ້າທີ່ບັນຊາເທິງອາກາດ ແລະ ໂຈມຕີເຮືອບິນຂອງສັດຕູ. ເຮືອບິນ
ດັ່ງກ່າວສາມາດບິນຕໍ່ເນື່ອງໄດ້ 10 ຊົ່ວໂມງ ແລະ ປະຕິບັດການເຝົ້າລະວັງໃນພື້ນທີ່ 4 ລ້ານກິໂລຕາແມັດ.

     ປັດຈຸບັນເຮືອບິນ E-7 ມີຢູ່ໃນກອງທັບຂອງອົສຕຣາລີໂດຍ ມີຊື່ເອີ້ນວ່າ Wedgetail, ກອງທັບ ສ ເກົາຫລີ ພາຍໃຕ້ຊື່ເອີ້ນວ່າ Peace Eye ແລະ ກອງທັບຕວກກີ
ທີ່ມີຊື່ເອີ້ນວ່າ Peace Eagle.