ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຮລີກົບແຕກູ້ໄພ HH-60Wຂອງກອງທັບອາກາດສະຫະລັດທົດສອບບິນຄັ້ງທຳອິດ


ເຮລີກົບແຕກູ້ໄພ HH-60Wຂອງສະຫະລັດ

     ບໍລິດສັດ Sikorsky ຂອງສະຫະລັດ ຜະລິດເຮລີກົບແຕຄົ້ນຫາ ແລະ ກູ້ໄພໃນ, HH-60W ທີ່ຖືກພັດທະນາມາສໍາລັບກອງທັບອາກາດສະຫະລັດ( USAF ), ​ແລະ​
ໄດ້​ທົດ​ລອງການບິນຄັ້ງນີ້ມີຂຶ້ນທີ່ໂຮງງານອາກາສະຍານຂອງ Sikorsky ໃນເຂດ west palm Beach ລັດຟໍລີດາ ປະເທດ ສະຫະລັດອາເມຣິກາ ເມື່ອວັນທີ 17 ພຶດ
ສະພາ 2019 ທີ່ຜ່ານມາ.

     ການບິນ​ຄັ້ງ​ທຳ​ອິດ​ໃຊ້ເວລາ 1 ຊົ່ວໂມງ 20 ນາທີ, ການກວດສອບການຄວບຄຸມການລອຍຕົວນິ້ງກາງອາກາດ, ການບິນດ້ວຍຄວາມໄວຕໍ່າ ແລະ ການບິນຜ່ານສະ
ໜາມບິນອາກາດ​ທີ່​ສັບສົນ.

     ຂໍ້ມູນທີ່ໄດ້ຮັບຈາກການປະເມີນຄ່ານີ້ ຈະສະໜັບສະໜູນການຕັດສິນໃຈໃນຫລັກການຂັ້ນທີ່ເອີ້ນວ່າ Milestone C ທີ່ກໍານົດໃນ ເດືອນ ກັນຍາ 2019 ທີ່ຈະໃຫ້
Sikorsky ເລີ່ມການຜະລິດເຮລີກົບແຕ HH-60W ທີ່ພື້ນຖານມາຈາກເຮລີກົບແຕໃຊ້ງານທົ່ວໄປ UH-60M Black Hawk ພາຍໃຕ້ໂຄງການຈັດຫາເຮລີກົບແຕຄົ້ນ
ຫາ ແລະ ກູ້ໄພໃນພື້ນທີ່ມີການສູ້ຮົບກອງທັບອາກາດສະຫະລັດຈະຈັດຫາເຮລີກົບແຕ HH-60W ຈໍານວນ 113 ລໍາເພື່ອທົດແທນຝູງບິນເຮລີກົບແຕຄົ້ນຫາ ແລະ ກູ້ໄພ
ຮຸ່ນເກົ່າ HH-60G Pave Hawk.

     ເຮລີກົບແຕ HH-60W ເຊິ່ງມີການພັດທະນາ, ປັບປຸງມາຈາກເຮລີກົບແຕ UH-60M ຕັ້ງແຕ່ເດີມປະກອບດ້ວຍຖັງນໍ້າມັນຂະໜາດໃຫຍ່ເຊິ່ງບັນຈຸນໍ້າມັນໄດ້ເຖິງ
2500 ລິດເຮັດໃຫ້ມີລັດສະໝີການສູ້ຮົບໄດ້ເຖິງ 361 ກິໂລແມັດ. ເຊັ່ນດຽວກັບການຂະຫຍາຍເພີ່ມຂີດຄວາມສາມາດລະບົບປ້ອງກັນຕົນເອງ, ລະບົບຄວາມປອດໄພ
ທາງ Cyber ລະບົບການເຊື່ອມໂຍງເປັນເຄືອຂ່າຍເນັດເວີກຫຼຸດການສ່ຽງໃນການຕົກຢູ່ພາຍໃຕ້ ອັນຕະລາຍ ແລະ ລະບົບອາວຸດ.