ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບຣັດເຊຍປັບປຸງ ແລະ ທົດສອບລົດຕັງ T-34
ທີ່ນຳກັບມາ​ຈາ​ກກ​ອງທັບ​ປ​ະຊາ​ຊົນ​ລາວ


ລົດຕັງທີ່ນຳກັບມາ​ຈາ​ກກ​ອງທັບ​ປ​ະຊາ​ຊົນ​ລາວ

     ສຳນັກຂ່າວຕາດສລາຍງານ ໃນວັນທີ 25 ມີນາ 2019 ນີ້ວ່າ:ກະຊວງປ້ອງກັນປະເທດຣັດເຊຍ ເຜີຍໃນວັນທີ 24 ມີນາວ່າ: ທາງກອງທັບຣັດເຊຍໄດ້ມີການປັບປຸງ
ເຮັດສີໃໝ່ໃຫ້ແກ່ລົດຕັງ T-34 ເຊິ່ງຊາວຣັດເຊຍເອີ້ນວ່າວິລະບຸລຸດສົງຄາມເພາະໃຊ້ປາບກອງທັບນາຊີໃນສົງຄາມໂລກຄັ້ງທີ 2 ທີ່ນຳກັບມາຈາກກອງທັບປະຊາຊົນລາວ
ຈຳນວນ 30 ຄັນເຊິ່ງເປັນລົດຕັງຍຸກທີ 4 ຫຼັງຈາກມີການປັບປຸງສຳເລັດແລ້ວ ທາງເຈົ້າໜ​້າທີ່ຣັດເຊຍ ໄດ້ມີການນຳມາທົດລອງແລ່ນພາຍນອກອາຄານທ່າມກາງອຸນນະ
ພູມທີ່ຕິດລົບ.

     ລົດຕັງ T-34 ຈຳນວນ 30 ຄັນທີ່ນຳກັບຈາກ ສປປ ລາວ ໄດ້ຮ່ວມໃນຂະບວນພາເລດທາງທະຫານ ແລະ ຈັດສະແດງໃນພິພິທະພັນທາງທະຫານໃນຣັດເຊຍ. ການ
ສົ່ງມອບລົດຕັງ T-34/85 ຂອງປະເທດລາວ ຍັງໃຊ້ເປັນສ່ວນຫຼ​​ຸດໃນການຊື້ ລົດຕັງ T-72B1MS ຈາກຣັດເຊຍເຊັ່ນກັນ.