ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາເມຣິກາຜະລິດ​ປືນ​ໃຫ່ຍລຸ້ນ​ໃໝ່ຍິງ​ໄກ 100 ກິໂລແມັດ


     ປັດຈຸບັນມີຫຼາຍປະເທດ ທີ່ກໍາລັງຊ່ວງຊີງກັນພັດທະນາທາງດ້ານການທະຫານ ໂດຍສະເພາະບັນດາປະເທດມະຫາອໍານາດ. ເມື່ອບໍ່ດົນມານີ້ກອງທັບ ສະຫະລັດອາເມ
ຣິກາ ໄດ້ເປີດເຜີຍພາບຊູບເປີປືນໃຫຍ່ລຸ້ນໃໝ່ຂອງກອງທັບ ອາເມຣິກາ ທີ່ຊົງອະນຸພາບ ເປັນຢ່າງຍິ່ງ.

     ປືນໃຫຍ່ຮາວອິດເຊີ (How­itzer) ຂະໜາດ 155 ມມ ທີ່ໃຊ້ ລຳກ້ອງ XM90758 ເປັນປືນໃຫຍ່ທີ່ສາມາດຍິງໄດ້ໄລຍະໄກລຸ້ນນີ້ໄດ້ຮັບການພັດທະນາພາຍໃຕ້ໂຄງ
ການປືນໃຫຍ່ໄລຍະໄກ ເຊິ່ງໄດ້ຮັບທຶນຈາກສູນວິໄຈວິທະຍາສາດ ແລະ ເທັກໂນໂລຢີສໍານັກງານອາວຸດຍຸດໂທປະກອນ.

     ໂດຍປືນໃຫຍ່ເຄື່ອນທີ່ຂະໜາດ 155 ມມ ລຸ້ນໃໝ່ນີ້ຖືກອອກແບບມາເພື່ອເພີ່ມໄລຍະອັດຕາການຍິງໃຫ້ມີປະສິດທິພາບທຽບເທົ່າກັບຈະຫຼວດ XM1113 ແລະ ລຳ
ກ້ອງ XM90758 ທີ່ຍາວກວ່າເດີມ ທັງເພີ່ມໄລຍະການຍິງຈາກ 38 ກິໂລແມັດ ເປັນ 70 ກິໂລ ແມັດຂຶ້ນໄປ.

     ສຳລັບປືນໃຫຍ່ຕົ້ນແບບລຸ້ນນີ້ ມີຊື່ວ່າ M1299 ເຊິ່ງກອງທັບ ອາເມຣິກາ ຕັ້ງເປົ້າເອົາໄວ້ວ່າຈະສາມາດຍິງຖືກເປົ້າໝາຍໃນໄລຍະ 100 ກິໂລແມັດ ຢ່າງໃດກໍຕາມການ
ພັດທະນາຄັ້ງນີ້ ບໍ່ພຽງແຕ່ພັດທະນາປືນ   ໃຫຍ່ M1299 ເທົ່ານັ້ນ, ແຕ່ຍັງລວມເຖິງອາວຸດຊະນິດອື່ນໆ ອີກເຊັ່ນ: ລູກປືນໃຫຍ່ ແລະ ລະບົບຄວບຄຸມການຍິງອີກດ້ວຍ.