ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຍົນ​ສູ້​ຮົບ KF-X ຈະ​ຕິດ​ຕັ້ງ​ລູກ​ສອນ​ໄຟ (BVRAAM) ຈາກເອີຣົບ


     ຕາມຂ່າວຈາກໜັງສືພິມ ເອເລັກໂຕຣນິກ ຂອງກອງທັບປະຊາຊົນ ຫວຽດນາມ ລາຍງານໃນ ວັນທີ 25 ພະຈິກ 2019 ນີ້ວ່າ: ບໍລິສັດອຸດສາຫະກໍາອາວະກາດຂອງ
ເກົາຫຼີໃຕ້ ແລະ ບໍລິສັດ MBDA ຜູ້ຮັບເໝົາຜະລິດອາວຸດຂອງ ເອີຣົບ ໄດ້ຕົກລົງເຊັນສັນຍາທີ່ຈະນໍາລູກສອນໄຟປ້ອງກັນ ອາກາດຮຸ່ນໃໝ່ (BVRAAM) Meteor ຕິດຕັ້ງ
ໃສ່ຍົນສູ້ຮົບອະເນກປະສົງ KF-X.

     ທ່ານ Eric ມາBeranger ອໍານວຍການບໍລິສັດ MBDA ໄດ້ໃຫ້ຮູ້ວ່າ: ການເຊັນສັນຍາຮ່ວມກັນລະຫວ່າງ ບໍລິສັດ ອຸດສະຫະກໍາຂອງ ເກົາຫຼີໃຕ້ ແລະ ບໍລິສັດ ຜູ້ຮັບ
ເໝົາຜະລິດອາວຸດຂອງ ເອີຣົບ ໃນຄັ້ງນີ້ເປັນບາດກ້າວທີ່ສໍາຄັນໃນການຮ່ວມມືກັບອົງການຈັດຊື້ອາວຸດປ້ອງກັນຊາດຂອງ ເກົາຫຼີໃຕ້ ແລະ ຍັງເປັນ ທ່າແຮງທີ່ສໍາຄັນໃນການ
ພົວພັນເປີດກວ້າງໃນການສົ່ງອອກອາວຸດຂອງ ບໍລິສັດ MBDA ໂດຍສະເພາະແມ່ນລູກສອນໄຟ (BVRAAM) ເຊິ່ງຊ່ວຍໃຫ້ຍົນສູ້ຮົບ KF-X ເປັນຍົນສູ້ຮົບຊັ້ນນໍາຂອງໂລກ
ທີ່ມີປະສິດຕິພາບ ສູງຕໍ່ການສູ້ຮົບທາງອາກາດ.

     ບໍລິສັດຜູ້ຜະລິດລູກສອນໄຟ (BVRAAM) ໄດ້ຢັ້ງຢືນວ່າ: ລູກສອນໄຟຮຸ່ນດັ່ງກ່າວນີ້ມີປະສິດທິພາບສູງໃນການທໍາລາຍເປົ້າໝາຍບໍ່ວ່າຈະເປັນກາງເວັນ, ກາງຄືນ ຫຼື
ທຸກສະພາບອາກາດ. ດ້ວຍຄວາມສາມາດຍິງໄດ້ໄກເຖິງ 185 ກິໂລແມັດ ແລະ ໄລ ຍະການຍິງທີ່ໄດ້ຮັບຜົນ 25 ກິໂລແມັດ.