ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເບາະ​ຮອງນັ່ງ​​ເພື່ອສຸຂະພາບ


     ດາມາ (Darma) ເບາະຮອງນັ່ງ ທີ່ຈະຊ່ວຍຫຼຸດຄວາມເມື່ອຍຫຼ້າ ແລະ ອາການປວດຕາມຮ່າງກາຍຈາກການນັ່ງດົນໆ ບໍ່ວ່າຈະເປັນນັ່ງຮຽນໜັງສື ຫຼື ນັ່ງບ່ອນເຮັດວຽກ
ແລະ ເອົາໄວ້ໄປຮອງນັ່ງກັບສະຖານທີ່ບ່ອນອື່ນກໍສະດວກສະບາຍນໍາອີກ.

     ເບາະດາມາ ຜະລິດຈາກ ເມມ ໂມຣີໂຟມເກຣດດີ ມີປະສິດທິພາບໃນການຄືນໂຕຊ່ວຍກະຈາຍນໍ້າໜັກ ແລະ ແຮງກົດທັບຢ່າງສະໝໍ່າສະເໝີ ບໍລິເວນຜິວສໍາຜັດມີຂະ
ໜາດໃຫ່ຍຮອງຮັບທຸກການໃຊ້ງານ, ກວ້າງ 40 ຊັງຕີແມັດ, ຍາວ 40 ຊັງຕີແມັດ ແລະ ໜາ 3 ຊັງຕີແມັດ ມາພ້ອມກັບເຊນເຊີ ກວດຈັບຄວາມເຄື່ອນໄຫວຂອງ ຮ່າງກາຍ
​ໃນ​ເວລານັ່ງເທິງເບາະ ດາມາ ດ້ວຍເທັກໂນໂລຢີ ແລະ ລະບົບອັນກໍຣິທຶມແບບໃໝ່ ເມື່ອເຊື່ອມຕໍ່ເບາະອັດສະຣິຍະນີ້ ເຂົ້າກັບແອັບພລິເຄຊັ່ນ ໃນໂທລະສັບລະບົບຈະແນະນໍາ
ທ່ານັ່ງທີ່ເໝາະສົມ ຫຼື ແນະນຳໃຫ້ປັບທ່ານັ່ງເພື່ອຫຼຸດການອັກເສບ, ຄວາມຕຶງຄຽດ ຫຼື ການເຄັ່ງຕຶງຂອງກ້າມຊີ້ນເຮົາໄດ້ອີກດ້ວຍ.

     ນອກຈາກນີ້ ເບາະດາມາຍັງມີລະບົບແຈ້ງເຕືອນໃຫ້ຜູ້ນັ່ງລຸກຂຶ້ນຢືນ ຫຼື ປ່ຽນການນັ່ງເປັນເວລາດົນເກີນໄປ ຊ່ວຍຫຼຸດຄວາມສ່ຽງຈາກການເຈັບປວດຊຳເຮື້ອບໍລິເວນສະ
ໂພກ, ກົກຂາ ແລະ ຫຼັງ ເຊິ່ງເບາະດາມາ ຍັງມີຄວາມ​ແນ່ນອນໃນການກວດວັດແທກອັດຕາການເຕັ້ນຂອງຫົວໃຈ, ອັດຕາການຫາຍໃຈ ແລະ ລະດັບຄວາມຄຽດ ຫາກພົບ
ວ່າຫົວໃຈເຕັ້ນຜິດປົກກະຕິ ມັນກໍຈະແນະນໍາວິທີຜ່ອນຄາຍຄວາມຄຽດເຊັ່ນ: ການນັ່ງສະມາທິ ເປັນຕົ້ນ.