ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບເຮືອ ອິນໂດເນເຊຍ ​ເລືອກ​ຊຶ້ລະບົບ​ປືນໃຫຍ່ Bofors 57 MK3 ສຳລັບ​ເຮືອ​ໂຈມ​ຕີ​​ໄວ


     ບໍລິສັດ BAE Systems ແລະ ກອງທັບເຮືອອິນໂດເນເຊຍ PT PAL Indonesia ໄດ້ລົງນາມຈັດຫາລະບົບປືນໃຫຍ່ຮຸ່ນ Bofors 57 MK3 ຈໍານວນ 4 ລະບົບ
ເພື່ອເອົາມາຕິດຕັ້ງເທິງເຮືອໄວໃນການໂຈມຕີ KCR-60.

     ຜູ້ອໍານວຍການຝ່າຍລະບົບອາວຸດຊາວສະວີເດນຂອງບໍລິສັດ BAE Systems ກ່າວວ່າ: ການເຊັນສັນຍາຫຼ້າສຸດກັບ ກອງທັບເຮືອ ອິນໂດເນເຊຍ ໄດ້ບົ່ງບອກເຖິງ
ຄວາມເຊື່ອໝັ້ນຂອງປະເທດ ອິນໂດເນເຊຍ ວ່າປືນຂອງ ບໍລິສັດ BAE Systems ຕອບສະໜອງໄດ້ດ້ານຄຸນນະພາບ ແລະ ປະສິດທິພາບຕາມຄວາມຕ້ອງການຂອງກອງ
ທັບເຮືອອິນໂດ ເນເຊຍ.

     ເຮືອ KCR-60 ໄດ້ຮັບການອອກແບບມາເພື່ອໃຊ້ເຂົ້າໃນການຕໍ່ຕ້ານເຮືອ​ເທິງໜ້ານໍ້າໃນເຂດໝູ່ເກາະຂອງອິນໂດເນເຊຍ ເຊິ່ງ ເຮືອ KCR-60 ຈໍານວນ 4 ລໍາໄດ້ເຂົ້າປະ
ຈໍາການໃນ ກອງທັບເຮືອ ອິນໂດເນເຊຍ ແລ້ວໂດຍປືນທີ່ໃຊ້ງານໃນປັດຈຸບັນແມ່ນຮຸ່ນ Bofor 40.

     ປືນ Bofors 57 MK3 ໃຊ້ ກະສຸນຂະໜາດ 57 ມມ, ເຊິ່ງຖືກຜະລິດຂຶ້ນທີ່ບໍລິດສັດ BAE Systems ໃນເມືອງ ກັດໂກກາ ປະເທດ ສະວີເດນ, ອອກແບບມາເພື່ອຕໍ່
ຕ້ານໄພຄຸກຄາມໜ້ານໍ້າ, ອາກາດ ແລະ ຊາຍຝັ່ງ ເຊິ່ງມີການໃຊ້ງານກັບເຮືອ LCS ຂອງ ກອງທັບເຮືອ ສະຫະລັດອາເມຣິກາ, ເຮືອ Cutter ຂອງໜ່ວຍງານຍາມຝັ່ງ ສະຫະ
ລັດ ແລະ ເຮືອຮົບຕ່າງໆ ໃນຫຼາຍປະເທດ ເຊັ່ນ: ສະວີເດນ, ການາດາ, ຟິນແລນ ແລະ ເມັກຊິກໂກ.