ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດເຊຍ ໄດ້ນຳເອົາລົດຕັງຣຸ່ນໃໝ່ຫຼ້າສຸດ​ເຂົ້າ​ປະຈຳການ​ໃນ​ກອງທັບ

     ສຳນັກຂ່າວ TASS ໄດ້ລາຍງານໃນວັນທີ 22 ມິຖຸນາ 2019 ທີ່ຜ່ານມາວ່າ: ຣັດເຊຍ ໄດ້ນຳເອົາລົດຕັງຮຸ່ນ BMPT Termi­nator ເຊິ່ງເປັນຮຸ່ນໃໝ່ຫຼ້າສຸດເຂົ້າປະ
ຈໍາການໃນກອງທັບ ຣັດເຊຍແລ້ວ ໂດຍລົດຕັງປະເພດນີ້ ແມ່ນມີຂີດຄວາມສາມາດໃນການຍິງລູກປືນໃຫຍ່ຂະໜາດ 30 ມມ ທີ່ສາມາດຕັ້ງຄ່າການລະເບີດແຕກກາງອາ
ກາດໄດ້ອີກດ້ວຍ.

     ລົດຕັງ BMPT Terminator ສາມາດຍິງລູກປືນໃຫຍ່ 30 ມມ ທີ່ໃຊ້ຊະນວນການກະທົບແຕກແບບປົກກະຕິທົ່ວໄປ ເຊິ່ງມັນຈະລະເບີດເມື່ອລູກປືນກະທົບກັບສິ່ງ
ກີດຂວາງ, ໂດຍມັນຖືກພັດທະນາ ໂດຍບໍລິສັດ Oerlikon ຂອງປະເທດສະວິດ, ເຊິ່ງປັດຈຸບັນແມ່ນຢູ່ໃນເຄືອຂ່າຍຂອງ Rheinme­tall. ລູກປືນແບບຄົບນັດຈະລະເບີດ
ແຕກສະເກັດຕາມເວລາຄໍານວນ ການຕັ້ງຄ່າໄວ້ໂດຍລະບົບຄວມຄຸມການຍິງ  ດັ່ງນັ້ນມັນຈຶ່ງສາມາດຍິງທຳລາຍສະໜາມຂອງຝ່າຍກົງກັນຂ້າມໄດ້ ແລະ ຍັງສາມາດທຳ\
ລາຍພົນທະຫານທີ່ລີ້ຊ່ອນຢູ່ຕາມສະຖານທີ່ກຳບັງຕ່າງໆໄດ້ຈາກການຍິງເຊິ່ງໜ້າ.

     ສຳລັບການຍິງສະໜັບສະໜູນຂອງລົດຕັງ BMPT Terminator ແມ່ນມີການຕິດຕັ້ງປືນໃຫຍ່ 2A42 ຂະໜາດ 30x165 ມມ ສອງກະບອກໂດຍມີລູກປືນພ້ອມຮົບ
900 ນັດ, ອາວຸດປ່ອຍນຳວິຖີຕໍ່ສູ້ລົດຕັງ Ataka-T, ເຄື່ອງຍິງລູກລະເບີດແບບອັດຕະໂນມັດ 30 ມມ ແລະ ປືນກົນຮ່ວມແກນຂະໜາດ 7,62 ມມ ທັງໝົດແມ່ນຖືກອອກ
ແບບມາສະເພາະການຍິງສະໜັບສະໜູນສຳລັບໜ່ວຍຍານເກາະໃນການໂຈມຕີໂດຍສະເພາະ ແມ່ນການທຳລາຍລ້າງກຳລັງພົນຕິດອາວຸດຂອງຝ່າຍກົງກັນຂ້າມ ທີ່ມີອາວຸດ
ຕໍ່ສູ້ລົດຕັງ ແບບພົກພາເຄື່ອນຍ້າຍໄດ້ດ້ວຍທຸກ​ຄົນ.