ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອີຣານຈະ​ເປັນ​ທ່າ​ແຮງ​ສຳຄັນ​ໃນ​ການ​ສົ່ງ​ອາວຸດ​ອອກ​ຂອງ​ລັດ​ເຊຍ


     ຕາມຂ່າວຈາກໜັງສືພິມ ກອງທັບປະຊາຊົນ ຫວຽດນາມ ໃຫ້ຮູ້ວ່າ: ຂໍ້ຫ້າມ ( ການຂວໍ້າບາດ )ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບການຂາຍອາ
ວຸດທີ່ມີຕໍ່ປະເທດ ອີຣານ ຈະໝົດອາຍຸລົງໃນ ເດືອນ ຕຸລາ ທີ່ຈະມາເຖິງນີ້, ເຊິ່ງເປັນເງື່ອນໄຂທີ່ດີໃຫ້ ອີຣານ ໃນການເຊັນສັນຍາຊື້ອາວຸດຍຸດໂທປະກອນທາງການທະຫານ
ຈາກ ຣັດເຊຍ ດ້ວຍມູນຄ່າຫຼາຍຕື້ໂດລາ ສະຫະລັດ.

     ຈາກຂໍ້ຫ້າມຂອງສະຫະປະ ຊາຊາດ (UN) ກ່ຽວກັບອາວຸດຕໍ່ ອີຣານ ໃນໄລຍະຜ່ານມາ, ອີຣານ ຈຶ່ງມີຄວາມຕ້ອງການຢ່າງຫຼວງຫຼາຍສຳລັບອາວຸດຍຸດໂທປະກອນ
ທີ່ທັນສະໄໝ ເພື່ອໃຫ້ມີຄວາມເທົ່າທຽມກັບ ປະເທດອື່ນຕົວຢ່າງເຊັ່ນ: ລະບົບປ້ອງກັນອາກາດທີ່ມີຄວາມທັນສະໄໝ ໃນການເພີ່ມທະວີການປ້ອງກັນເພື່ອຕ້ານໄພຄຸກ
ຄາມທາງອາກາດ ແລະ ການປ້ອງກັນ ຂີປະນາວຸດ ຈາກຝ່າຍກົງກັນຂ້າມເພາະລະບົບປ້ອງກັນທາງ ອາກາດຂອງ ອີຣານ ສ່ວນຫຼາຍແມ່ນລຸ້ນທີ່ຫຼ້າສະໄໝ.

     ຜູ້ຊ່ຽວຊານທາງການທະຫານສາກົນກ່າວ ວ່າ: ຫຼັງຈາກ ອີຣານ ຖືກຍົກເລີກກ່ຽວກັບຂໍ້ຫ້າມທາງ ອາວຸດຈາກສະພາຄວາມໝັ້ນຄົງສະຫະປະຊາຊາດ, ແນ່ນອນ.

.