ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດເຊຍຈະ​ປ່ຽນຂະໜາດປືນຂອງ​ຍານ​ເກາະ​ຈາກ 30 ມມ ​ເປັນ 50 ມມ


     Tecmash ບໍລິສັດວິສະວະກໍາຣັດເຊຍ ແລະ Rostec ກຸ່ມລັດວິສາຫະກິດອຸດສາຫະກໍາຄວາມໝັ້ນຄົງຣັດເຊຍ ກໍາລັງພິຈາລະນາການປ່ຽນປືນໃຫຍ່ທີ່ໃຊ້ລະບົບ
ກະສຸນຂະໜາດ 30 ມມ ດ້ວຍປືນກົນກະສຸນຂະໜາດ 57 ມມ ໃນຍານເກາະຂອງກອງທັບຣັດເຊຍເປັນຂະໜາດມາດຕະຖານ ສໍາລັບປືນໃຫຍ່ທີ່ຕິດຕັ້ງກັບຍານເກາະຂະ
ໜາດເບົາ ແລະ ຂະໜາດກາງເຊັ່ນ: ລົດສູ້ຮົບທະຫານຮາບສາຍພານ BMP-2 ແລະBMP-3 ແລະ ຍານເກາະຕີນຢາງຂົນສົ່ງ ທະຫານBTR-82A.

     ການປ່ຽນແປງຍານເກາະໃນກອງທັບຣັດເຊຍ ທັງໝົດໄປໃຊ້ກະສຸນແບບໃໝ່ຈະຂຶ້ນຢູ່ກັບງົບປະມານການເງິນທີ່ມີຢູ່ ເພາະການປ່ຽນຂະໜາດກະສຸນປືນແມ່ນຕ້ອງການ
ຄ່າໃຊ້ຈ່າຍມະຫາສານໃນການຍົກລະດັບອາວຸດປະຕິບັດການອາວຸດຍຸດໂທປະກອນປະຈໍາປີ 2019 ທີ່ນະ ຄອນຫຼວງມິນຂອງ ເບລາຣຸດ ໃນລະຫວ່າງວັນທີ 15-18 ພຶດ
ສະພາ 2019 ວ່າ: ບໍລິສັດມີຄວາມມຸ່ງໝັ້ນທີ່ຈະສຶກສາຫຼາຍທາງເລືອກຂອງການນໍາປືນໃຫຍ່ 57 ມມ ມາໃຊ້ສໍາລັບກອງທັບ ບົກ, ກອງທັບເຮືອ ແລະ ກອງທັບອາກາດ
ຂອງຣັດເຊຍ.

     ການພັດທະນາລະບົບປ້ອມປືນທີ່ຕິດຕັ້ງປືນໃຫຍ່ຂະໜາດ 57ມມເຊັ່ນ: ລະບົບປ້ອມປືນໃຫຍ່ຕໍ່ສູ້ອາກາສະຍານ Derivatsiya-PVO ແລະ ປ້ອມປືນໃຫຍ່ AU-22M
Baikail ເຊິ່ງລະບົບປ້ອມປືນແບບ AU-220M ນີ້ໄດ້ຖືກມາທົດສອບຕິດຕັ້ງກັບລົດແກ່ຖານຂອງລົດສູ້ຮົບຂອງທະຫານຮາບສາຍພານ BMP-3 ແລະ ສາມາດນໍາໄປທົດ
ສອບຕິດຕັ້ງແບບຍານເກາະໄດ້ອີກຫຼາຍແບບເຊັ່ນ: ຍານເກາະຕີນຢາງຕະກຸນ BTR ແລະ Bumerang 8x8.