ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທີ​ມ “ຫຸ່ນ​ຍົນ” ຮັກສາ​ຄວາມ​ປອດ​ໄພຊ່ວຍ​ວຽກຕຳຫຼວດ


     ສຳນັກ​ຂ່າວ ຊິນ​ຫົວ ​ເຜີຍ​ແພ່​ຮູບ​ພາບ “ຫຸ່ນ​ຍົນ” ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພໜ້າ​ໃໝ່ ​ເຊິ່ງອອກ​ ​ແລະ ກວດກາ​ລາດຕະ​ເວນຄວາມ​ເປັນ​ລະບຽບຮຽບຮ້ອຍ​ແທນ
​ມະນຸດໃນ​ຂອບ​ເຂດ​ທີ​ມີ​ຄົນໜາ​ແໜ້ນ​ໃນ ​ເມືອງ​ເສີນ​ຕູ່ ​ແຂວງ​ເສ​ສວນ ທາງ​ພາກ​​ຕາ​ເວັນ​ຕົກສຽງໃຕ້ຂອງ​ຈີນ ​ເມື່ອ​ບໍ່​ດົນ​ມານີ້.


ຫຸ່ນຍົນຮັກສາຄວາມປອດໄພ

     ຄົນ​ທີ່​ຍ່າງ​ກາຍ​ໄປມາຕ່າງ​ກໍ່​ຕ້ອງຫຼຽວ​ເບິ່ງ “ຫຸ່ນ​ຍົນ”  ຮັກສາ​ຄວາມ​ປອດ​ໄພ​ຈຳນວນ 3 ​​ເຄື່ອງ ທີ່​ອອກ​ແລ່ນ​ກວດກາ​ຄວາມ​ສະຫງົບ ​ແລະ ​ເປັນ​ລະບຽບຮ້ອຍ​​ໃນ​ເຂດ
ຈະຕຸ​ລັດ​ການ​ເງິນ​ລະຫວ່າງ​ປະ​ເທດ (IFS) ​ເຊິ່ງ​ເປັນ​ທີ່​ຕັ້ງ​ຂອງ​ສູນ​ການ​ຄ້າ, ອາຄານ, ສຳນັກງານ ​ແລະ ທີ່​ພັກ​ອາ​ໄສ.

                                                                                     
  ( ຂ່າວ​ຈາກ​ອິນ​ເຕີ​ເນັດ )