ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາເມຣິກາ ຈັດ​ຊື້ລົດ​ຕັງ​ອະ​ເນກປະສົງ AMPV ຈາກ​ອັງກິດ


ລົດຕັງອະເນກປະສົງ AMPV

     ຕາມຂ່າວຈາກ ຫວຽດນາມ ໃຫ້ຮູ້ວ່າ: ກອງທັບ ສະຫະລັດອາເມຣິກາ ໄດ້ເຊັນສັນຍາກັບ ບໍລິສັດ BAE Systems ຜະລິດອຸປະກອນທາງການທະຫານຂອງ ອັງກິດ
ເພື່ອຜະລິດລົດຕັງອະເນກປະສົງລຸ້ນ AMPV.

     ນີ້ແມ່ນໄລຍະທໍາອິດໃນແຜນການຂອງກອງທັບ ສະຫະລັດ ທີ່ຈະປະກອບລົດຕັງລຸ້ນ AMPV ຈໍານວນ 160 ຄັນດ້ວຍມູນຄ່າ 400 ລ້ານໂດລາ ສະຫະລັດ ເພື່ອມາ
ປະຈໍາການທົດແທນລົດຕັງ ເຄື່ອນຍ້າຍກຳລັງພົນລຸ້ນ M113 ທີ່ໃກ້ຈະປົດປະຈໍາການໃນມໍ່ໆນີ້ ແລະ ສັນຍາດັ່ງກ່າວຄາດວ່າ ຈະໃຫ້ສໍາເລັດໃນທ້າຍເດືອນກຸມພາ ປີ 2023
ທີ່ຈະມາເຖິງ.

     ລົດຕັງລຸ້ນ M113 ຖືວ່າເປັນລົດສູ້ຮົບທີ່ມີປະສິດທິພາບສູງສຸດໃນປະຫວັດສາດຂອງ ກອງທັບສະຫະລັດອາເມຣິກາ, ທັງເປັນໜຶ່ງໃນລົດຕັງເຄື່ອນຍ້າຍກຳລັງພົນທີ່ມີ
ຄວາມນິຍົມທີ່ສຸດໃນປະຫວັດສາດ ແລະ ມີ ປະລິມານການຜະລິດສູງເຖິງ 80.000 ຄັນ.

     ສະນັ້ນລົດຕັງ AMPV ຈຶ່ງຖືກພັດທະນາການອອກແບບໂດຍອີງໃສ່ຮູບລັກສະນະຂອງ ລົດຕັງລຸ້ນ M113 ແລະ ຈະຕິດຕັ້ງປືນກົນອັດຕະໂນມັດ M109A7 ເພື່ອໃຫ້
ແທດເໝາະກັບສະໜາມຮົບຕົວຈິງ.

     ເຖິງວ່າລົດຕັງ M113 ຈະມີຈຸດເດັ່ນ ແລະ ປະສິດທິພາບສູງກໍຕາມ, ແຕ່ຖ້າທຽບໃສ່ລົດຕັງ ລຸ້ນໃໝ່ ເຫັນວ່າລົດຕັງລຸ້ນດັ່ງກ່າວ ບໍ່ຕອບສະໜອງໄດ້ຕາມຄວາມຮຽກ
ຮ້ອງຕ້ອງການຂອງ ສະໜາມຮົບໃນປັດຈຸບັນ.