ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອົງການ ນາຊາ ສຳ​ເລັດການສ້າງລູກສອນໄຟຂະໜາດໃຫຍ່ທີ່​ສຸດ


ລູກສອນໄຟຂະໜາດໃຫຍ່ທີ່​ສຸດ

     ເມື່ອບໍ່ດົນມານີ້, ອົງການ ນາຊາ ໄດ້ປະກາດວ່າ: ການກໍ່ສ້າງ ລູກສອນໄຟ ຊຸບເປີ ຂະໜາດໃຫຍ່ທີ່ສາມາດບັນຈຸມະນຸດໄດ້ສຳເລັດເປັນທີ່ຮຽບຮ້ອຍແລ້ວ ໂດຍຈະສົ່ງ
ນັກບິນອາວະກາດຜູ້ຍິງຄົນທຳອິດຂຶ້ນສູ່ດວງຈັນ ໃນປີ 2024.

     ໂດຍໄດ້ເອີ້ນລະບົບ ລູກສອນໄຟຍິງ ສົ່ງອາວະກາດນີ້ວ່າ: ເອັດແອວເອັດ (SLS), ເຊິ່ງໄດ້ຮັບການພັດທະນາໂດຍ ບໍລິສັດ ລັອກຮິດມາຕິນ, ມີຄວາມສູງ 65 ແມັດ,
ເປັນລູກສອນໄຟທີ່ສູງທີ່ສຸດຂອງອົງການ ນາຊາ ນັບຕັ້ງແຕ່ເປີດຕົວຍານພາຫະນະຊາເຕິນ 5. ແນ່ນອນວ່າຜົນງານຂອງລູກສອນໄຟນີ້ ແມ່ນມີປະສິດທິພາບຫຼາຍ, ດ້ວຍ
ຄວາມໄວສູງສຸດຂອງ ແມັສ 23 ຫຼື ປະມານ 28.405 ກິໂລແມັດຕໍ່ຊົ່ວໂມງ.

     ເຖິງຢ່າງໃດກໍຕາມ, ລູກສອນໄຟ ດັ່ງກ່າວໄດ້ຮັບຜົນກະທົບ ຈາກການຊັກຊ້າຂອງໄລຍະເວລາການກໍ່ສ້າງ ແລະ ການເພີ່ມງົບປະມານໃນການບິນຄັ້ງທຳອິດຂອງມັນ
ໃນເດືອນ ພະຈິກ 2018 ແລະ ອີງຕາມບົດລາຍງານການກວດສອບ, ງົບປະມານຂອງໂຄງການນີ້ໄດ້ເພີ່ມຈາກ 6,2 ຕື້ໂດລາສະຫະລັດ ເປັນ 8 ຕື້ໂດລາສະຫະລັດ, ຖືວ່າ
ເພີ່ມຂຶ້ນ 29%.

     ອາເມຣິກາ ມີແຜນຈະສົ່ງນັກບິນອາວະກາດຍິງ ແລະ ຊາຍ ໄປສູ່ດວງຈັນໃນປີ 2024 ຕາມລຳດັບໃນພາລະກິດ ອາດເຕັມ ມິສ 3. ແຜນການຂອງນາຊາບໍ່ພຽງແຕ່ກັບ
ຄືນສູ່ດວງຈັນເທົ່ານັ້ນ, ແຕ່ພາລະກິດອາດເຕັມມິສ ຍັງປະກອບມີການກໍ່ສ້າງສະຖານີອາວະກາດເອີ້ນວ່າ: ປະຕູ ລຸນນາ ແລະ ຈະຫຼວດຂຶ້ນສູ່ວົງໂຄຈອນອ້ອມດວງຈັນ.