ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

Boeing ຮ່ວມ​ກັບ Embraer ຊຸກຍູ້ການ​ສົ່ງ​ອອກ​ເຮືອບິນ C-390 ອອກ​ສູ່​ຕະຫຼາດ​ໂລກ


     ຕາມຂ່າວຈາກ QDND On­line ລາຍງານໃນ ວັນທີ 21 ພະຈິກ 2019 ນີ້ວ່າ: ໃນງານວາງສະແດງເຮືອບິນນາໆຊາດທີ່ປະເທດ ດູໄບ (Dubai Airshow 2019)
ບໍລິສັດ ໂບອິງ ຜູ້ຜະລິດ ເຮືອບິນຊັ້ນນຳຂອງໂລກໄດ້ປະກາດການຮ່ວມມືກັບ ບໍລິສັດ Em­braer ປະເທດ ບຣາຊິນ ເພື່ອປັບປຸງ ແລະ ປ່ຽນຊື່ເຮືອບິນຂົນ ສົ່ງທາງການທະ
ຫານ KC-390 ໃຫ້ກາຍເປັນເຮືອບິນ C-390 Millennium.

     ການຮ່ວມມືລະຫວ່າງສອງ ບໍລິສັດຜູ້ຮັບເໝົາຈະມີຊື່ເອີ້ນວ່າ: Boeing Embraer-Defense ໂດຍມີໜ້າທີ່ຫຼັກແມ່ນຊຸກຍູ້ ແລະ ເປີດກວ້າງການສົ່ງອອກຂອງ
ເຮືອບິນ C-390 Millennium. ໃນນັ້ນກຸ່ມບໍລິສັດຂອງ ບຣາຊິນ ຈະເປັນຜູ້ຖືຮຸ່ນຢູ່ 51% ແລະ ບໍລິສັດ ໂບອິງ ຈະຖືຮຸ້ນ 49%. ການສ້າງຕັ້ງບໍລິສັດຮ່ວມ Boeing
Embraer-Defense ຈະຕ້ອງມີຂັ້ນຕອນການອານຸມັດຂັ້ນສຸດທ້າຍກ່ອນຈະດໍາເນີນງານຢ່າງ ເປັນທາງການ.

     ທ່ານ ມາກ ອາເລັນ ຫົວໜ້າ ພະແນກພົວພັນຕ່າງປະເທດຂອງ ບໍລິສັດໂບອິງ ໄດ້ກ່າວວ່າ: ບໍລິສັດ ຕົນຈະພັດທະນາການພົວພັນບົນພື້ນຖານການຮ່ວມມືລະຫວ່າງ
ສອງບໍລິສັດໃນຂົງເຂດການຂົນສົ່ງທາງການບິນທີ່ມີມາແລ້ວ ກ່ອນໜ້ານີ້ ແລະ ຜູ້ຕາງໜ້າຂອງສອງຝ່າຍຍັງໄດ້ຢັ້ງຢືນເຖິງການຮ່ວມມືດັ່ງກ່າວຈະເປັນທ່າແຮງ ອັນໃຫຍ່
ຫຼວງໃຫ້ແກ່ເຮືອບິນຂົນສົ່ງທາງທະຫານ C-390 Millen­nium ຂອງ ສະຫະລັດອາເມຣິກາ ແລະ ເປັນການຊຸກຍູ້ການສົ່ງອອກ ຂອງເຮືອບິນຮຸ່ນດັ່ງກ່າວອອກສູ່ຕະ
ຫຼາດໂລກ.