ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຊາ​ອຸ​ດິດອາ​ຣາບີ ​ແລະ ອາ​ເມ​ລິ​ກາ​ ຊ້ອມ​ຮົບ​ຮວ່ມທາງ​ອາກາ​ດທີ່​ອ່າວ​ອາ​ຮັບ

     ໜັງສືພິມກອງທັບປະຊາຊົນຫວຽດນາມ ນໍາສະເໜີຂ່າວຈາກ Arab News ໃຫ້ຮູ້ວ່າ: ເມື່ອວັນ ທີ16 ມິຖຸນາ 2019 ຜ່ານມານີ້ ບັນດາເຮືອບິນສູ້ຮົບຂອງກອງທັບ
ຊາອຸດິດອາຣາບີ ແລະ ອາເມຣິກາ ໄດ້ຮ່ວມກັນຊ້ອມຮົບໃນເຂດອ່າວອາຣັບ. ຈຸດປະສົງຂອງການຊ້ອມຮົບຄັ້ງນີ້ ແມ່ນແນໃສ່ການເພີ່ມທະວີການພົວພັນດ້ານການທະຫານ
ຂອງສອງປະເທດ, ເຊິ່ງການຊ້ອມຮົບຄັ້ງນີ້ຈັດຂຶ້ນທ່າມກາງສະພາບການຄວາມບໍ່ສະຫງົບເກີດຂຶ້ນໃນເຂດນີ້ກຳລັງສັບສົນຂຶ້ນ, ພິເສດກໍແມ່ນຫຼັງເກີດເຫດໂຈມຕີກໍາປັ່ນ
ຂົນສົ່ງນໍ້າມັນຢູ່ທີ່ອ່າວໂອມານເມື່ອບໍ່ດົນມານີ້.

     ກ່ອນໜ້ານີ້, ທາງການອາເມຣິກາ ໄດ້ປະກາດວ່າ: ມີກະແສຂ່າວຈາກໜ່ວຍສືບລາຊະການລັບໃຫ້ຮູ້ວ່າ: ອີຣານມີການກະກຽມຈະໂຈມຕີກອງກຳລັງຂອງອາເມຣິກາ
ແລະ ຜົນປະໂຫຍດຂອງ ວໍຊິງຕັນໃນອ່າວອາຣັບ. ທໍານຽບຫ້າແຈຂອງອາເມຣິກາ ໄດ້ສົ່ງກໍາປັ່ນເດີ່ນບິນ USS Abraham Lin­coln ມາທີ່ອ່າວ, ພ້ອມກັນນັ້ນກໍສົ່ງເຮືອ
ບິນຖິ້ມລະເບີດ B-52 ຈໍານວນ 4 ລໍາມາທີ່ກາຕາ ແລະ ເພີ່ມຈໍານວນພົນທະຫານ ແລະ ອາວຸດເຂົ້າມາໃນເຂດນີ້.

     ເມື່ອວັນທີ 13 ມິຖຸນາທີ່ຜ່ານມາ, ກໍາປັ່ນຂົນສົ່ງນໍ້າມັນ Front Altair ຂອງບໍລິສັດຂົນສົ່ງທາງ ທະເລຂອງນອກແວໄດ້ເກີດໄຟໄໝ້ ໃນຂະນະທີ່ເດີນທາງຈາກກາຕາ
ໄປໃຕ້ຫວັນ. ກໍາປັ່ນລໍາທີສອງແມ່ນ Kokuka Courageous ຂອງບໍລິສັດ Kokuka Sangyo ທີ່ມີສຳນັກງານຕັ້ງຢູ່ໂຕກຽວປະເທດຍີ່ປຸ່ນກໍໍຖືກໄຟໄໝ້ໃນຂະນະ ທີ່
ເດີນທາງຈາກທ່າກຳປັ່ນໃນ ຊາອຸດິດອາຣາບີໄປສິງກະໂປ. ອາເມຣິກາໄດ້ກ່າວຫາອີຣານວ່າ, ເປັນຜູ້ຢູ່ເບື້ອງຫຼັງຂອງເຫດການດັ່ງກ່າວ. ແຕ່ວ່າຝ່າຍອີຣານ ກໍໄດ້ປະຕິເສດ
ຢ່າງແຂງແຮງ ແລະ ເວົ້າວ່າຂໍ້ກ່າວຫາດັ່ງກ່າວຂອງ ອາເມຣິກາ ບໍ່ມີຫຼັກຖານ.