ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຄື່ອງ​ໃຊ້​ເພື່ອ​ຊ່ວຍ​ແປພາສາ


ເຄື່ອງ​ຊ່ວຍ​ແປ​ພາສາ

     ປັດຈຸບັນເຊື່ອວ່າຫຼາຍໆຄົນອາດເຄີຍພົບກັບບັນຫາເວລາທີ່ພົບກັບຄົນຕ່າງປະເທດ, ແຕ່ເວົ້າພາສາເຂົາເຈົ້າບໍໍ່ໄດ້. ມື້ນີ້ ກູເກິນມີໂຕຊ່ວຍແກ້ບັນຫາເຫຼົ່ານີ້ ໂດຍເຄື່ອງນີ້
ເອີ້ນວ່າ: ໂມດລ່າມ ເຊິ່ງມັນສາມາດແປພາສາໄດ້ຄືກັນກັບເວລາເຮົາລົມກັນໂຕຈິງເລີຍ.

     ດ້ວຍອຸປະກອນທີ່ເປັນໂມດລ່າມນີ້ເອງຈະເຮັດໃຫ້ເຮົາສາມາດສົນທະນາຕອບໂຕ້ກັບຊາວຕ່າງຊາດໄດ້ທັນທີໂດຍມີລ່າມ ຫຼື ໂຕແປພາສາເປັນກູເກິນໂຮມ ຫຼື ຜູ້ເວົ້າທີ່ມີ
ກູເກິນເປັນໂຕຊ່ວຍແປທັງເປັນໂຕກາງໃນການແປພາສາໄດ້ທັງ 2 ທາງເຊັ່ນ: ລາວເປັນອັງກິດ-ອັງກິດເປັນລາວ, ທີ່ສໍາຄັນຕອນນີ້ມັນສາມາດແປໄດ້ 29 ພາສາ. ເວລາທີ່ເຮົາ
ຕ້ອງການເຂົ້າສູ່ໂມດລ່າມນັ້ນພຽງແຕ່ເວົ້າໂອເຄກູເກິນ ຊ່ວຍຂ້ອຍເວົ້າ, ພຽງເທົ່ານີ້ກໍສາມາດເປັນລ່າມໃຫ້ທ່ານໄດ້ແລ້ວ.