ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາເມຣິກາ ທົດ​ລອງ​ຖິ້ມລະ​ເບີດ ທີ່​ສາມາດ​ບັນຈຸນິວເຄລຍ ຈາກ​ເຮືອບິນ F-16


ລະເບີດບັນຈຸນິວເຄລຍ ຈາກເຮືອບິນ F-16

     ຕາມຂ່າວຈາກໜັງສືພິມ ກອງທັບປະຊາຊົນ ຫວຽດນາມ ໃຫ້ຮູ້ວ່າ: ການຊ້ອມຮົບທາງອາກາດ ຂອງກອງທັບອາກາດ ສະຫະລັດອາເມຣິກາ ໄດ້ດໍາເນີນການທົດລອງ
ຖິ້ມລະເບີດແນວໂນ້ມທ່ວງ ທີ່ສາມາດບັນຈຸຫົວຮົບນິວເຄລຍ B61-12 ລຸ້ນໃໝ່ ທີ່ຕິດຕັ້ງໃສ່ເຮືອບິນສູ້ຮົບ F-16 Strike Eagle.

     ເຂົ້າຮ່ວມການຊ້ອມຮົບໃນຄັ້ງນີ້ມີບັນດາປະເທດທີ່ເປັນພັນທະມິດຂອງ ສະຫະລັດອາເມຣິກາ ເຊັ່ນ: ເຢຍລະມັນ, ອີຕຣາລີ ແລະ ສະເປນ. ທ່ານ ພົນໂທ ວິກ ຕໍອີຊິນ ຫົວ
ໜ້າ ອົງການຄຸ້ມຄອງອາວຸດຂອງສະພາສະຫະພັນ ລັດເຊຍ ກ່າວວ່າ: ສະຫະລັດອາເມຣິກາ ພຽງແຕ່ປັບປຸງລະເບີດ ນິວເຄລຍ ຍຸດທະສາດ B61-12 ລຸ້ນເກົ່າໃຫ້ກາຍເປັນ
ອາວຸດຍຸດທະສາດ ທີ່ມີການຍົກລະດັບໃໝ່ເພື່ອໃຫ້ທຽມທັນກັບຄູ່ແຂ່ງດ້ານ ອາວຸດຍຸດທະສາດເທົ່ານັ້ນ.

     ທ່ານ ພົນຈັດຕະວາ ຕີເລີນິວ ແມນ ຫົວໜ້າ ທັບອາກາດຂອງ ສະຫະລັດອາເມຣິກາ ກ່າວວ່າ: ໂຄງການພັດທະນາລະເບີດດັ່ງກ່າວ ຈະປັບປຸງອາວຸດທາງ ຍຸດທະສາດ
ຂອງສະຫະລັດອາເມຣິກາ ແລະ ມີຄວາມເຊື່ອໝັ້ນໃນການເປັນພັນທະມິດກັບ ສະຫະລັດອາເມຣິກາ, ພ້ອມທັງປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ ອົງການຄວາມປອດໄພດ້ານ
ນິວເຄລຍ ແຫ່ງຊາດ ແລະ ນາໂຕ.