ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອົງການອາວະກາດຍີ່ປຸ່ນຈັບມືກັບບໍລິສັດໂຕໂຢຕ້າຈະສົ່ງມະນຸດຂຶ້ນດວງຈັນໃນປີ 2029


ລົດໂຣເວີ ( EPV )

     ອົງການສໍາຫຼວດອາວະກາດຍີ່ປຸ່ນ (JAXA) ໄດ້ປະກາດຄວາມຮ່ວມມືກັບບໍລິສັດໂຕໂຢຕ້າ ຜູ້ຜະລິດລົດລາຍໃຫຍ່ອັນດັບໜຶ່ງຂອງຍີ່ປຸ່ນໃນການພັດທະນາລົດໂຣເວີ ຫຼື
EPV ຊະນິດ 6 ລໍ້ ເພື່ອໃຊ້ໃນພາລະກິດສຳຫຼວດດວງຈັນ.

     ລາຍງານລະບຸວ່າ: ລົດໂຣເວີຄັນນີ້ມີຄວາມຍາວປະມານ 6 ແມັດ, ກວ້າງ 5,2 ແມັດ, ສູງ 3 ແມັດ, ມີພື້ນທີ່ໃຊ້ສອຍ 13 ຕາແມັດ ພ້ອມກັບອຸປະກອນດ້ານການວິໄຈ
ເທິງຍານໂຣເວີ ໃຊ້ເທັກໂນໂລຢີເຊລເຊື້ອເພີງຂອງໂຕໂຢຕ້າທີ່ສາມາດໃຫ້ພະລັງງານສຳລັບນັກບິນອາວະກາດໄດ້ປະມານ 2-4 ຄົນໃຫ້ສາມາດເຮັດພາລະກິດສຳຫຼວດເທິງ
ດວງຈັນໄດ້ດົນເຖິງ 40 ມື້ ແລະ ແລ່ນໄກເຖິງ 10.000 ກິໂລແມັດ.

     JAXA ມີແຜນຈະສົ່ງມະນຸດພ້ອມຍານໂຣເວີດັ່ງກ່າວໄປປະຕິບັດພາລະກິດສຳຫຼວດດວງຈັນໃນລະຫວ່າງປີ 2029 ເຖິງ 2034. JAXA ຫາກໍປະສົບຄວາມສຳເລັດໃນ
ການນຳຍານ Hayabusa 2 ລົງຈອດເທິງດາວເຄາະນ້ອຍເມື່ອເດືອນກຸມພາທີ່ຜ່ານມາ. ການແຂ່ງຂັນດ້ານເທັກໂນໂລຢີອາວະກາດຂອງຫຼາຍປະເທດມະຫາອຳນາດເລີ່ມດຸ
ເດືອດຂຶ້ນ ນັບຕັ້ງແຕ່ທີ່ອາເມຣິກາວາງແຜນສົ່ງມະນຸດກັບໄປສຳຫຼວດດວງຈັນອີກຄັ້ງ, ຂະນະທີ່ຈີນຫາກໍປະສົບຄວາມສໍາເລັດໃນການສົ່ງຍານສຳຫຼວດໄປຍັງດ້ານໄກຂອງ
ດວງຈັນເຊັ່ນກັນ, ສ່ວນອິດສະຣາແອນກຳລັງເປັນປະເທດທີ 4 ຂອງໂລກ ໃນການສົ່ງຍານໄປລົງຈອດທີ່ພື້ນຜິວດວງຈັນເຊັ່ນກັນ ຖ້າຫາກຍານເບເຣຊິດສາມາດລົງຈອດໄດ້
ສຳເລັດຕາມແຜນໃນເດືອນເມສານີ້.