ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອຸປະກອນ​ເຕືອນ​ໄພທາງ​ອາກາດ


     ແອຄິວ ອຸປະກອນວັດແທກຄຸນນະພາບຂະໜາດນ້ອຍ ເຊິ່ງມີຄວາມກວ້າງ 13,5 ຊັງຕີແມັດ, ສູງ 118 ຊັງຕີແມັດ ແລະ ໜາ 4,9 ຊັງຕີແມັດ ໂດຍຈະວັດແທກ ແລະ
ປະເມີນສະພາບອາກາດຕາມ ມາດຕະຖານສໍານັກງານສິ່ງແວດລ້ອມແຫ່ງຊາດເຢຍລະມັນ ແລະ ອົງການອານາໄມໂລກ (WHO).

     ໂດຍແອຄິວ ສາມາດລະບຸຂໍ້ມູນຂອງ ອົກຊີເຈນຄາບອນໄດອອກໄຊ, ຄາບອນມອນນອກ ໄຊ, ຝຸ່ນລະອອງຂະໜາດ1,0 ໄມຄອນ, 2,5 ໄມຄອນ ແລະ 10 ໄມຄອນ,
ໄນໂຕໂຕຣເຈນ ໄດອອກໄຊ, ຊັນເຟີໄດອອກໄຊ, ໂອໂຊນ, ອຸນນະພູມ, ຄວາມຊຸ່ມ, ຄວາມກົດດັນອາກາດ ແລະ ສານປະກອບອິນຊີລະເຫີຍງ່າຍເຊັ່ນ: ນໍ້າມັນແອັດຊັງ, ໂທ
ລູອິນ, ໄຊ ລິນ,

     ສະໄຕລິນ, ຟໍມັນດີໄຣ, ເປີຄໍໂຣເອ ຊີລິນເປັນຕົ້ນ ເຊິ່ງຜູ້ໃຊ້ສາມາດເຊື່ອມຕໍ່ ແອຄິວກັບແອຟພລິເຄຊັ່ນໃນໂທລະສັບມືຖື ເພື່ອກວດສອບການປະເມີນຄຸນນະພາບອາ
ກາດໃນບໍລິເວນທີ່ຕັ້ງແອຄິວໄວ້ ແບບເວລາຈິງ ແລະ ຈະແຈ້ງເຕືອນຜູ້ໃຊ້ທັນທີເມື່ອເຊນເຊີກວດພົບວ່າມີສານທີ່ເປັນອັນຕະລາຍ, ຝຸ່ນລະ ອອງໃນປະລິມານເກີນກໍານົດ
ຄວາມປອດໄພ, ຄັວນ, ກ໊າຊຄາບອນໄດອອກໄຊສູງກວ່າປົກກະຕິ ແລະ ອຸນນະພູມທີ່ຕໍ່າ ຫຼື ສູງເກີນຄ່າສະເລ່ຍຂອງພື້ນທີ່ບ່ອນນັ້ນ. ແອຄິວໃຊ້ງານໄດ້ດົນຕໍ່ເນື່ອງເຖິງ 12
ຊົ່ວໂມງຕໍ່ການສາກໄຟ1 ຄັ້ງ ແລະ ຂໍ້ມູນທັງໝົດຈະຖືກເກັບເປັນຂໍ້ມູນພື້ນຖານ ໃນສ່ວນຄວາມຈໍາໃນອຸປະກອນທີ່ມີປະລິມານ 16 ກິກ.