ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບເຮືອສະຫະລັດ ​ໄດ້​ຮັບ​ເຮືອບິນເຕືອນໄພລ່ວງໜ້າ​ເພີ່ມ​ອີກ 24 ລຳ


     ບໍລິສັດ Northrop Grum­man ໄດ້ຮັບສັນຍາໃຫ້ຜະລິດເຮືອບິນເຕືອນໄພລ່ວງໜ້າ ແລະ ບັນຊາກາງອາກາດຮຸ່ນໃໝ່ຫຼ້າສຸດ E-2D Advanced Hawkeye ຈຳ
ນວນ 24 ລຳສະໜອງໃຫ້ແກ່ກອງທັບເຮືອ ຂອງສະຫະລັດອາເມຣິກາ.

     ໜັງສືພິມ Naval Today ແຫຼ່ງຂ່າວຈາກທຳນຽບ 5 ແຈໃຫ້ຮູ້ວ່າ: ສັນຍາລະຫວ່າງກະຊວງປ້ອງກັນປະເທດສະຫະລັດ ກັບບໍລິສັດ Northrop Grum­man ໃນ
ການສະໜອງ E-2D Advanced Hawkeye ມີມູນຄ່າ 3,2 ຕື້ໂດລາ ແລະ ຈະສຳເລັດໃນເດືອນສິງຫາປີ 2026.

     ປັດຈຸບັນກອງທັບເຮືອສະຫະລັດມີເຮືອບິນຮຸ່ນນີ້ 37 ລຳ ແລະ ຄາດວ່າຈະຈ່າຍ 17,5 ຕື້ໂດລາ ໃຫ້ແກ່ໂຄງການຊື້ເຮືອບິນນີ້ລວມທັງໝົດ 75 ລຳເພື່ອເອົາມາປ່ຽນແທນ
E-2C Hawkeye ທີ່ໃຊ້ມາຕັ້ງແຕ່ປີ 1973.

     ຄຽງຄູ່ກັນນັ້ນຮອດປີ 2020 ກອງທັບເຮືອສະຫະລັດມີແຜນການພັດທະນາໃຫ້ສາມາດເຕີມນໍ້າມັນກາງອາກາດໃຫ້ແກ່ E-2D Advanced Hawkeye ເພື່ອແກ່ຍາວ
ເວລາໃນການບິນຂອງເຮືອບິນໃນຝູງບິນສູ້ຮົບ ເພາະວ່າປັດຈຸບັນນໍ້າມັນເຊື້ອໄຟ ທີ່ມີໃນເຮືອສາມາດໃຫ້ມັນບິນໄດ້ ຕໍ່ເນື່ອງແຕ່ພຽງ 6 ຊົ່ວໂມງເທົ່ານັ້ນ.

     ຖືວ່າເປັນ "ຕາທິບ" ຂອງກຸ່ມ ສູ້ຮົບກຳປັ່ນເດີ່ນບິນຂອງສະຫະລັດອາເມຣິກາ. E-2D Ad­van- ced Hawkeye ເປັນ "ສະມາຊິກໃໝ່" ຫຼ້າສຸດຂອງຕະກຸນ E-2
Hawkeye ໂດຍໄດ້ຮັບການພັດທະນາມາຈາກພື້ນ ຖານຂອງເຮືອບິນ E-2C Haw keye.

     ເມື່ອທຽບກັບຮຸ່ນກ່ອນ ແລ້ວເຮືອບິນຮຸ່ນໃໝ່ນີ້ມີລະບົບ ຣາດາ ໃໝ່ AN/APY-9 ເຊິ່ງມັນບໍ່ພຽງແຕ່ຈຳແນກໄດ້ລະຫວ່າງສັດຕູ ແລະ ຝ່າຍຂອງຕົນເອງແລ້ວມັນຍັງ
ສາມາດກວດສອບ ແລະ ຕິດຕາມໄດ້ວ່າອັນໃດເປັນເປົ້າໝາຍສຳຄັນ ຫຼື ສຳຮອງ ແລະ ສົ່ງຂໍ້ມູນໃຫ້ສູນບັນຊາການຢູ່ ພາກພື້ນດິນ ຫຼື ກົມກອງສູ້ຮົບອື່ນໆອີກດ້ວຍ. ນອກ
ຈາກນັ້ນ E-2D Advanced Hawkeyeຍັງໄດ້ມີການຍົກລະດັບລະບົບຄອມພິວເຕີການບິນ, ປັບປຸງລະບົບເຄື່ອງຈັກ, ຫ້ອງຂັບ ແລະ ລະບົບເຕີມນໍ້າມັນກາງອາກາດ.
ເຮືອບິນຊະນິດນີ້ສາມາດບັນລຸຄວາມໄວເຖິງ 650 ກິໂລແມັດຕໍ່ຊົ່ວໂມງ, ລັດສະໝີການບິນ 2.600 ກິໂລແມັດ.

     ນັບຕັ້ງແຕ່ມີເຮືອບິນຊະນິດນີ້ພວກມັນໄດ້ກາຍເປັນເຮືອບິນທີ່ມີບົດບາດສຳຄັນ ໃນການສູ້ຮົບປ້ອງກັນກຳປັ່ນເດີ່ນບິນ. ກ່ອນໜ້ານັ້ນໃນ 1 ໝວດກຳປັ່ນເດີ່ນບິນມີ
ເຮືອບິນ E-2 Hawkeye 4 ລຳ, ແຕ່ເພື່ອໃຫ້ສາມາດເຮັດວຽກໄດ້ຕະຫຼອດ 24 ຊົ່ວໂມງ (24/24), ກອງທັບເຮືອສະຫະລັດຈະປະກອບຕື່ມອີກ 1 ລຳໝາຍຄວາມວ່າໃນ
1 ໝວດກຳ ປັ່ນເດີ່ນບິນຈະມີເຮືອບິນ E-2D Advanced Hawkeye ຈຳນວນ 5 ລຳ.

     ນອກຈາກກອງທັບສະຫະລັດ ແລ້ວເຮືອບິນ E-2 Hawkeye ຍັງມີຢູ່ໃນກອງທັບຂອງຫຼາຍປະເທດໃນໂລກຢ່າງເຊັ່ນ: ຍີ່ປຸ່ນ, ເມັກຊິກ, ສິງກະໂປ... ເຫຼົ່ານີ້ເປັນຕົ້ນ.