ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປີ 2021 ກອງທັບ ຣັດເຊຍ ຈັດ​ຫາອາວຸດທັນສະ​ໄໝ​ໃຫ້​ທຸກ​ເຫຼົ່າທັບ


RS-24 Yars

     ອີງຕາມ ໜສພ ກອງທັບປະຊາຊົນ ຫວຽດນາມ ໃຫ້ຮູ້ວ່າ: ປີ 2021 ກອງທັບ ຣັດເຊຍ ຈະໄດ້ຮັບອາວຸດ ແລະ ອຸປະກອນສູ້ຮົບໃໝ່ຕື່ມອີກຈຳນວນ
4,700 ຊຸດເພື່ອທົດແທນລະບົບອາວຸດທີ່ຫຼ້າສະໄໝ ແລະ ເພີ່ມທະວີການປ້ອງກັນຕ້ານກັບສັດຕູທີ່ມີທ່າແຮງໃນປັດຈຸບັນ.

     ພາຍໃຕ້ແຜນການດັ່ງກ່າວ, ຣັດເຊຍ ຈະໃຊ້ຈ່າຍສອງສ່ວນສາມຂອງງົບປະມານການທະຫານ 2021 ຂອງຕົນໃນການຊື້ ແລະ ປັບປຸງອາວຸດກ້າວໜ້າ
ຫຼາຍຢ່າງ. ໃນທ້າຍປີນີ້, ກຳລັງປະກອບອາວຸດທຸກກໍາລັງເປັນຕົ້ນແມ່ນກອງທັບເຮືອ, ກອງທັບອາກາດ ແລະ ກອງທັບບົກຈະໄດ້ຮັບອາວຸດປະມານ 4,700
ຊຸດ ແລະ ອຸປະກອນສະໜັບສະໜູນການສູ້ຮົບ.

     ອຸປະກອນການທະຫານໃນ ປີ 2021 ແມ່ນສ່ວນໜຶ່ງຂອງໂຄງການ ສັ່ງຊື້ອາວຸດໄລຍະຍາວ ຂອງ ກອງທັບ ຣັດເຊຍ, ເຊິ່ງແກ່ຍາວ ເຖິງປີ 2027, ກະ
ຊວງປ້ອງກັນປະເທດ ຣັດເຊຍ ໃນແຕ່ລະປີໄດ້ຮັບງົບປະມານຈຳນວນ 2,5 ພັນຕື້ເງິນ ຣັດເຊຍ (ປະມານ 350 ຕື້ໂດລາສະຫະລັດ) ສໍາລັບການປັບປຸງ ແລະ
ຮັກສາ.

     ອາວຸດປະລຳມະນູ ປີ 2021, ກອງທັບ ຣັດເຊຍ ຈະປະກອບລະບົບຂີປະນາວຸດ RS-24 Yars ເພີ່ມເຕີມ 13 ລຳ ແລະ ຂີປະນາວຸດ Avangard ທີ່
ມີຊື່ສຽງ. ອາວຸດເຫຼົ່ານີ້ຈະຖືກນໍາໄປໃຊ້ບໍລິເວນໃກ້ກັບບັນດາເຂດຊາຍແດນ ແລະ ເຂດຍຸດທະສາດທີ່ມີເນື້ອໃນກວ້າງຂວາງ ຫຼາຍກວ່າ 1,300 ກມ ທາງ
ທິດຕາເວັນຕົກຂອງນະຄອນຫຼວງມົດສະກູ.

     ນອກນັ້ນ, ກອງທັບ ຣັດເຊຍ ຍັງວາງແຜນທີ່ຈະຍົກລະດັບລະບົບຍິງລູກສອນໄຟຈຳນວນ 6 ລຳ ທີ່ຈຳເປັນສຳລັບລູກສອນໄຟ Avangard. ນອກ
ຈາກນັ້ນ, ມົດສະກູຍັງມີແຜນທີ່ຈະດັດແປງສະຖານທີ່ທົດລອງຈຳເປັນສຳລັບລະບົບລູກສອນໄຟຂີປະນາວຸດຂ້າມທະວີບຕື່ມອີກ.