ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາເມຣິກາຈະຕິດຕັ້ງລູກສອນໄຟນິວເຄຼຍໃສ່ເຮືອບິນຖິ້ມລະເບີດ B-52


ເຮືອບິນຖິ້ມລະເບີດ B-52H Stratofortressກອງທັບອາກາດອາເມຣິກາ

     ຕາມຂ່າວທາງເວັບໄຊ QĐND Online ໃຫ້ຮູ້ວ່າ: ກອງທັບອາກາດອາເມຣິກາຈະປະສານສົມທົບກັບບໍລິສັດ Boeing ເພື່ອຕິດຕັ້ງລູກສອນໄຟໄລຍະໄກຕິດຫົວຮົບ
ນິວເຄຼຍໃສ່ກັບເຮືອ ບິນຖິ້ມລະເບີດຍຸດທະສາດ B-52H Stratofortress.

     ໃນສັນຍາທີ່ມີມູນຄ່າ 250 ລ້ານໂດລານັ້ນໄດ້ກຳນົດວ່າບໍລິສັດໂບອີງຈະເປັນຜູ້ຮັບຜິດຊອບໃນການອອກແບບ ແລະ ຜະລິດລະບົບຖານຕັ້ງລູກສອນໄຟໃສ່ກັບຍົນ,
ປະກອບຕິດຕັ້ງລະບົບດັ່ງກ່າວ ແລະ ການທົດລອງນໍາໃຊ້ພາຍຫຼັງຕິດຕັ້ງ. ທັງໝົດແຜນການນີ້ຈະໃຫ້ສໍາເລັດໃນວັນທີ 31 ທັນວາ ປີ 2024.

     ກ່ອນໜ້ານັ້ນເມື່ອກາງເດືອນເມສາປີ 2018, ກອງທັບອາກາດອາເມຣິກາກໍເຄີຍໄດ້ປະກາດໄປວ່າຕ້ອງການຊອກຫາບໍລິສັດພາຍໃນປະເທດທີ່ຜະລິດອຸປະກອນຕ່າງໆ
ຂອງເຮືອບິນເພື່ອມາປະຕິບັດໂຄງການນີ້ຕັ້ງແຕ່ຕົ້ນປີ 2019 ຈົນຮອດທ້າຍປີ 2023.

     ເຖິງແມ່ນວ່າໂຄງການຕິດຕັ້ງລູກສອນໄຟໃສ່ເຮຶອບິນໄດ້ເລີ່ມລົງມືແລ້ວ, ແຕ່ລູກສອນໄຟ LRSO ທີ່ຈະຕິດຕັ້ງໃສ່ນັ້ນແມ່ນຍັງຢູ່ໃນຂັ້ນຕອນອອກແບບ ແລະ ທົດ
ລອງຢູ່ເຊິ່ງຄາດວ່າຈະສໍາເລັດໄວສຸດກໍແມ່ນໃນປີ 2030 ຈິ່ຶງຈະເລີ່ມເອົາອອກມານໍາໃຊ້. ກອງທັບອາກາດໄດ້ຂຶ້ນງົບປະມານ17 ຕື້ ໂດລາເພື່ອຈັດຊື້ລູກສອນໄຟຊະນິດນີ້
ຈໍານວນ 1.000 ລູກ.

     ຕາມໂຄງການຜະລິກລູກສອນໄຟ LRSO, ເມື່ອເດືອນສິງຫາປີ 2017 ກອງທັບອາກາດອາເມຣິກາໄດ້ເຊັນສັນຍາສອງສະບັບມູນຄ່າ 1,8ຕື້ ໂດລາກັບສອງບໍລິສັດ
ຜະລິດອາວຸດປ້ອງກັນຊາດຄືບໍລິສັດ Lockheed Mar­tin ແລະ ບໍລິສັດ Raytheonເພື່ອອອກແບບຈໍາລອງ ແລະ ຜະລິດມາສະເໜີ. ສັນຍານີ້ຈະໝົດອາຍຸໃນປີ 2022.
ຫລັງຈາກນັ້ນທາງກອງທັບອາກາດຈະເປັນຜູ້ຄັດເລືອກເອົາພຽງ 1 ບໍລິສັດມາຜະລິດລູກສອນໄຟ LRSO ຕາມທີ່ຕ້ອງການ. ຈຸດປະສົງທີ່ອາເມຣິການໍາໃຊ້ລູກສອນໄຟ
LRSO ແມ່ນເພື່ອເອົາມາປ່ຽນແທນລູກສອນໄຟ AGM-86B ທີ່ກອງທັບອາກາດອ້າງວ່າມັນເກົ່າແກ່ຫຼ້າສະໄໝ, ຍາກໃນການບຳລຸງຮັກສາ, ບໍ່ມີປະສິດທິພາບສູງ, ເຊິ່ງ
ທາງກອງທັບອາກາດອາເມຣິກາໄດ້ປະກອບໃສ່ຍົນຖິ້ມລະເບີດ B-52 ມາຕັ້ງແຕ່ ປີ 1980.

     ລູກສອນໄຟ LRSO ຖືກອອກແບບມາໃຫ້ສາມາດຕິດຕັ້ງໃສ່ໄດ້ທັງເຮືອບິນ B-52, B-2 ແລະ B-21. ອາເມຣິກາໝັ້ນໃຈວ່າ ອາວຸດດັ່ງກ່າວຂອງຕົນຈະສາມາດ
ທະລຸລະບົບປ້ອງກັນອາກາດທີ່ທັນສະໄໝຂອງຝ່າຍກົງກັນຂ້າມໄດ້ແບບຫາຍຫ່ວງ.